ເພື່ອຈາລຶກບຸນຄຸນ, ຜົນງານ, ຄຸນງາມຄວາມດີໃນການເຄື່ອນໄຫວນຳພາ-ຊີ້ນຳຂະບວນການປະຕິວັດຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ພັກ-ລັດຖະບານ, ອົງການປົກຄອງແຂວງ ແລະ ຄອບຄົວແກ້ວບຸນພັນ ພ້ອມດ້ວຍປະຊາຊົນຊາວແຂວງຫົວພັນ ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງອະນຸສອນສະຖານທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຂຶ້ນໃນວັນທີ 18 ກໍລະກົດນີ້ ທີ່ສວນມິດຕະພາບຫົວພັນ-ແທັງຮວາ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕາງໜ້າພັກ-ລັດຖະບານ, ມີທ່ານ ພົນໂທ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີການນຳພັກ-ລັດ, ຕາງໜ້າກະຊວງ-ອົງການ, ອາດີດການນຳພັກ-ລັດ, ຄະນະນຳແຂວງ ພ້ອມດ້ວຍປະຊາຊົນຊາວແຂວງຫົວພັນ ເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການຫວນຄືນຊີວິດ, ປະຫວັດ, ຜົນງານການເຄື່ອນໄຫວຂອງທ່ານໂດຍຫຍໍ້ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ ແລະ ຈົດຈໍາຄຸນງາມຄວາມດີຂອງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຕະຫຼອດໄປ.
ຈາກນັ້ນ, ການນຳຂັ້ນສູງໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ວາງເສົາເອກຢ່າງເປັນທາງການ ເພື່ອເປັນບ່ອນຕັ້ງຮູບຫຼໍ່ຂອງທ່ານ.
ຂ່າວ: ສນຊ





