ປະກວດກາເຟໝາກຊ້ອມລາວ ປະຈຳປີ 2024
ການປະກວດກາເຟໝາກຊ້ອມລາວ ປະຈຳປີ 2024 ຈັດຂຶ້ນໃນວັນທີ 18 ກໍລະກົດ 2024 ທີ່ສະມາຄົມກາເຟລາວ (ນະຄອນປາກເຊ ແຂວງຈຳປາສັກ) ມີຄະນະກຳມະການນັກປະເມີນຄຸນນະ ພາບກາເຟຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ເຊັ່ນ: ສປປ ລາວ ສິງກະໂປ,ໄທ,ຈີນ,ຟີລິບປິນ,ອາເມລິກາ ແລະ ຫວຽດນາມ.

ການປະກວດຄຸນນະພາບກາເຟໝາກຊ້ອມລາວ ປະຈຳປີ 2024 ມີກາເຟຕົວແທນຈາກຊາວສວນ,ກຸ່ມການຜະລິດ, ສະຫະກອນ,ບໍລິສັດ ສົ່ງເຂົ້າຮ່ວມທັງໝົດ 25 ພາກສ່ວນ ໃນ 2 ປະເພດກາເຟຄື: ປະເພດກາເຟນ້ອຍ ອາຣາບີກາ (ARABICA ) ແລະ ກາເຟກາງ ໂຣບັສຕາ( ROBUSTA) ການປະກວດຄຸນນະ ພາບກາເຟດຳເນີນໄປຮອດວັນທີ 22 ກໍລະກົດ ຈິ່ງຈະສຳເລັດ ແລະ ຈະມີພິທີປະກາດຜົນ ແລະ ມອບລາງວັນໃນວັນທີ 23 ກໍລະກົດ 2024 ທີ່ສວນກາເຟຂອງກຸ່ມບໍລິສັດດາວເຮືອງ ບ້ານຫ້ວຍໝາກຈັນ ເມືອງປາກຊ່ອງ ແຂວງຈຳປາສັກ.
ການປະກວດກາເຟໝາກຊ້ອມລາວ ປະຈຳປີ 2024 ຈັດຂື້ນຈຸດປະສົງເພື່ອປະເມີນຄຸນນະພາບກາເຟລາວ,ສົ່ງເສີມການຜະ ລິດກາເຟຄຸນນະພາບມາດຕະຖານສາກົນ ແລະ ເພື່ອຄັດເລືອກເອົາກາເຟທີ່ໄດ້ຄຸນນະພາບ ແລະຍາດໄດ້ລາງວັນອັນທີ 1 ຫາ ທີ 10 ຂອງແຕ່ລະປະເພດ ເຂົ້າຮ່ວມປະກວດກາເຟຄຸນນະພາບໃນລະດັບອາຊຽນ ໃນຕໍ່ໄປ.
ທີ່ມາ: ສູນຂ່າວຊາວພາກໃຕ້





