ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ຊີ້ນໍາ 6 ວຽກງານສໍາຄັນໃຫ້ສອງສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ສືບຕໍ່ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ໃນຕໍ່ໜ້າມີທ່ວງທ່າໃໝ່ທີ່ຕັ້ງໜ້າ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມທົ່ວປະເທດຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ-ຫວຽດ ນາມ ວັນທີ 19 ກໍລະກົດ 2024, ທີ່ນະຄອນຫຼວງວຽງຈັນ ສະຫາຍ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ຊີ້ໃຫ້ເຫັນວ່າ:ໃນເງື່ອນໄຂສະພາບການຂອງໂລກ ແລະພາກພື້ນຍັງສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະຄາດຄະເນໄດ້ຍາກນີ້, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາຍັງຈະປະເຊີນໜ້າກັບສິ່ງທ້າທາຍ ແລະການທົດສອບນາໆປະການ. ສະນັ້ນເພື່ອບັນລຸເປົ້າໝາຍ ແລະ ແຜນການທີ່ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ວາງໄວ້, ສະມາຄົມມິດຕະພາບລາວ-ຫວຽດນາມ ຄວນສຸມໃສ່ບາງວຽກງານສຳຄັນດັ່ງນີ້:
1. ເສີມຂະຫຍາຍຄວາມເປັນເອກະພາບລະດັບສູງພາຍໃນສະມາຄົມ ບົນພື້ນຖານປະຕິບັດຫລັກການ ລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ປະຕິບັດລະບຽບການປຶກສາຫາລືເປັນໝູ່ຄະນະ, ແບ່ງຄວາມຮັບຜິດ ຊອບໃຫ້ບຸກຄົນຢ່າງລະອຽດຈະແຈ້ງ. ເອົາໃຈໃສ່ປະຕິບັດກົນໄກການສະຫລຸບ ແລະ ຖອດຖອນບົດຮຽນເປັນໄລຍະກ່ຽວກັບການຈັດຕັ້ງກິດຈະກຳຕ່າງໆ ເພຶ່ອເຮັດໃຫ້ການລາຍງານສ່ອງແສງເປັນລະບົບ. ດໍາເນີນການຄຸ້ມຄອງການເຄື່ອນໄຫວຢ່າງເປັນເອກະພາບ, ໂດຍຂັ້ນສູນກາງຈະຕ້ອງໄດ້ມີການຊີ້ນຳ, ຕິດຕາມ, ຄຸ້ມຄອງການ ເຄື່ອນໄຫວ ຂອງ ສາຂາສະມາຄົມມິດຕະພາບ ຢູ່ແຂວງຕ່າງໆ ເພື່ອເປັນກຳລັງແຮງທີ່ເຂັ້ມແຂງໃຫ້ແກ່ພັກ, ລັດ ໃນການເສີມຂະຫຍາຍສາຍພົວພັນລາວ ແລະຫວຽດນາມ.
2. ສືບຕໍ່ໂຄສະນາເຜີຍແຜ່, ສຶກສາອົບຮົມປະຊາຊົນບັນດາເຜົ່າໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ຮັບຮູ້ແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນອັນພິເສດທີ່ຫາຍາກໃນການພົວພັນສາກົນ ຂອງສອງຊາດລາວ-ຫວຽດນາມ, ໂດຍສະເພາະໃຫ້ເຫັນໄດ້ການເສຍສະຫລະອັນໃຫຍ່ຫລວງ ຂອງການນຳຮຸ່ນກ່ອນຕໍ່ການສ້າງສາຍພົວພັນພິເສດ, ບໍລິສຸດພຸດຜ່ອງລະຫວ່າງສອງປະເທດ ເພື່ອພ້ອມກັນເດັດດ່ຽວປົກປັກຮັກສາ ແລະ ຕັ້ງໜ້າເສີມຂະຫຍາຍ, ເພີ່ມພູນຄູນສ້າງໃຫ້ແຕກດອກອອກຈະເລີນງອກງາມຍິ່ງໆຂຶ້ນໄປ.
3. ປະສານສົມທົບຢ່າງແໜ້ນແຟ້ນກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ໃນການເຄື່ອນໄຫວໃນເວທີສາກົນ ເພື່ອສ້າງຄວາມເປັນເອກະພາບກັນຕໍ່ບັນຫາເຄັ່ງຮ້ອນຕ່າງໆ ທັງໃນພາກພື້ນ ແລະ ສາກົນ. ເປັນເຈົ້າການປົກປ້ອງ ແລະ ຕອບຕ້ານການບິດເບືອນໃສ່ຮ້າຍປ້າຍສີ ຂອງອິດທິກໍາລັງປໍລະປັກ ແລະ ຄົນບໍ່ດີ ເພື່ອຫວັງມ້າງເພສາຍພົວພັນ ລາວ-ຫວຽດນາມ ຂອງພວກເຮົາ.
4. ສ້າງກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ໂລ່ງລ່ຽນ, ສະດວກວ່ອງໄວເພື່ອເຮັດໃຫ້ການເຄື່ອນໄຫວໄປໃນລວງດຽວກັນ ແລະ ມີການຊີ້ນໍາ, ລາຍງານ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.
5. ບັນດາສະມາຄົມມິດຕະພາບລາວ-ຫວຽດນາມ ຂອງບັນດາແຂວງ ທີ່ມີຊາຍແດນຕິດກັບຫວຽດນາມ ກໍ່ຄືແຂວງແຮກສ່ຽວ ຄວນເອົາໃຈໃສ່ ແລະ ເປັນເຈົ້າການປະສານງານນຳຝ່າຍຫວຽດນາມ ເພື່ອໂຄສະນາສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ແກ່ປະ ຊາຊົນ ເພຶ່ອຕີຖອຍຖ້ອຍທຳນອງການໃສ່ຮ້າຍປ້າຍສີ ຂອງ ພວກຄົນບໍ່ຫວັງດີ ແລະ ອິດທິກຳລັງປໍລະປັກທີ່ຫວັງມ້າງເພທຳລາຍສາຍພົວພັນມິດຕະພາບ, ສາມັກຄີ ຂອງສອງປະເທດ ລາວ ແລະ ຫວຽດນາມ ພ້ອມກັນ ນັ້ນ, ໃຫ້ສ້າງກົນໄກການຮ່ວມມື ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການຕ່າງໆທີ່ສອງສະມາຄົມມີຄວາມສົນໃຈນຳກັນ.
6. ສືບຕໍ່ສົມທົບກັບກັນ ຄົ້ນການຕອບແທນບຸນຄຸນປະຊາຊົນກໍ່ຄືບຸກຄົນທີ່ມີຜົນງານ, ຄຸນງາມຄວາມດີໃຫ້ການຊ່ວຍເຫຼືອການປະຕິວັດຢູ່ ສປປ ລາວ ແລະ ຢູ່ ຫວຽດນາມ ຕາມເງື່ອນໄຂ ແລະ ຄວາມເໝາະສົມຄືທີ່ປະຕິບັດຜ່ານມາ.
ສະຫາຍ ກິແກ້ວ ໄຂຄໍາພິທູນ ເຊື່ອໝັ້ນວ່າ ບັນດາສະຫາຍໃນຄະນະສະມາຄົມມິດຕະພາບ ລາວ-ຫວຽດນາມ ສູນກາງ ແລະ ທ້ອງຖິ່ນ ຈະສືບຕໍ່ນຳພາ ແລະ ເສີມຂະຫຍາຍຈຸດດີ ແລະ ຜົນສຳເລັດຍາດມາໄດ້, ຊອກວິທີແກ້ໄຂຂໍ້ຄົງຄ້າງ ແລະ ປັບປຸງຈຸດທີ່ຍັງເຫັນວ່າບໍ່ທັນເໝາະສົມ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງ ຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ໃນຕໍ່ໜ້າມີທ່ວງທ່າໃໝ່ທີ່ຕັ້ງໜ້າຂຶ້ນໄປເລື້ອຍໆ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຂຽວສົດງົດງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.



