ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນໍ້າຖ້ວມເຮືອນຫຼາຍຫຼັງ ຢູ່ກຸ່ມເມືອງໝ້ວຍ ເມືອງວຽງຄໍາ ແຂວງຫຼວງພະບາງ

Jul 24, 2024

ນັບແຕ່ຕອນຄືນຂອງວັນທີ 23 ກໍລະກົດ ຫາຕອນເຊົ້າຂອງວັນທີ 24 ກໍລະກົດ ປີ 2024 ຢູ່ເຂດກຸ່ມເມືອງໝ້ວຍ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ປະຊາຊົນບັນດາເຜົ່າຢູ່ບ້ານເມືອງໝ້ວຍ, ບ້ານຫ້ວຍໂກນ ແລະບ້ານໃກ້ຄຽງ ປະສົບກັບໄພນໍ້າຖ້ວມ ເນື່ອງຈາກປະລິມານນໍ້າເຊືອງ, ນໍ້າຫ້ວຍໂກນ, ຫ້ວຍມ້າ ແລະນໍ້າຫ້ວຍຫວີງ ມີປະລິມານເພີ່ມຂຶ້ນຫຼາຍ ສ້າງຜົນກະທົບຕໍ່ປະຊາຊົນ ທີ່ດຳລົງຊີວິດຢູ່ເຂດແຄມນ້ຳ.
ປັດຈຸບັນອົງການປົກຄອງເມືອງ ໄດ້ລະດົມກຳລັງຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ; ທັງໄດ້ແຈ້ງໃຫ້ປະຊາຊົນທີດຳລົງຊີວິດຢູ່ຕາມແຄມນໍ້າເຊືອງ ຈົ່ງມີສະຕິ ແລະມ້ຽນເຄື່ອງຂອງທີ່ມີຄ່າ ໄວ້ບ່ອນປອດໄພ, ສ່ວນຂໍ້ມູນຜົນເສຍຫາຍຕົວຈິງຈະລາຍງານໃຫ້ຮູ້ພາຍຫຼັງສຳເລັດການເກັບກຳຂໍ້ມູນ.
ຂ່າວ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄໍາ