ວັນທີ 27 ກໍລະກົດ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະ ຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີແຫ່ງ ແຫ່ງ ສປປ ລາວ, ໃນນາມປະທານອາຊຽນ ປີ 2024 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາລັດ ຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ແລະ ຜູ້ຕາງໜ້າຈາກປະເທດບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ, ທັງໝົດ 32 ທ່ານ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງ ທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຊຶ່ງໄດ້ຈັດຂຶ້ນເເຕ່ວັນທີ 24-27 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ການເຂົ້າຢ້ຽມຂໍ່ານັບ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຄັ້ງນີ້ ແມ່ນນຳພາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57. ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ບັນດາລັດຖະມົນຕີ ລາຍງານກ່ຽວກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ລວມທັງໝົດ 25 ກອງປະຊຸມລະດັບລັດຖະມົນຕີຕ່າງປະເທດ.
ໃນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ລາຍງານໃຫ້ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ໃນນາມປະທານອາຊຽນ ຊາບ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບູລິມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ, ວິໄສທັດປະຊາຄົມອາຊຽນ 2025, ການພົວພັນຮ່ວມມືລະຫວ່າງອາຊຽນກັບພາຍນອກ ແລະ ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນ ດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນເເຕ່ວັນທີ 8 – 11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຊຶ່ງເປັນກົນໄກການຮ່ວມມືທີ່ສໍາຄັນຂອງອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ຄູ່ຮ່ວມມືພາຍນອກ.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບູລິມະສິດສຳລັບປະທານອາຊຽນຂອງ ສປປ ລາວ ກໍຄື ວຽກງານການເສີມສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນ ຄືດັ່ງຄຳຂວັນປະທານອາຊຽນຂອງ ສປປ ລາວ. ໃນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າວ່າຜົນສໍາເລັດຂອງອາຊຽນຕະຫລອດໄລຍະ 57 ປີ ຜ່ານມາ ເປັນພື້ນຖານອັນໜັກແໜ້ນສຳລັບອະນາຄົດຂອງອາຊຽນ ແລະ ເຊື່ອໝັ້ນວ່າ ອາຊຽນ ຈະສືບຕໍ່ມີຜົນສໍາເລັດເປັນກ້າວໆ ເພື່ອກາຍເປັນປະຊາຄົມທີ່ມີຄວາມເຂັ້ມແຂງ, ເປີດກວ້າງ ແລະມີຄວາມສາມັກຄີເປັນປຶກແຜ່ນໃນທ່າມກາງຄວາມຫລາກຫລາຍຂອງພາກພື້ນ. ສິ່ງສຳຄັນອາ ຊຽນຕ້ອງສືບຕໍ່ເປັນເຈົ້າການໃນການກຳນົດຊະຕາກຳຂອງຕົນ ບົນພື້ນຖານຫລັກການ ກໍຄື ວິຖີທາງຂອງອາຊຽນ ແລະ ເພີ່ມທະວີການຮ່ວມມືກັບພາຍນອກ ຄຽງຄູ່ກັບການຮັດແໜ້ນຄວາມສາມັກຄີພາຍໃນອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືໃນພາກພື້ນທີ່ພວມຜັນເເປໄປ.
ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືຂອງອາຊຽນທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆໃຫ້ແກ່ ສປປ ລາວ ໃນການປະຕິບັດໜ້າທີ່ປະທານອາຊຽນ ໃນປີ 2024 ແລະ ຫວັງຢ່າງຍິ່ງຈະສືບຕໍ່ໄດ້ຮັບການສະໜັບສະໜູນ ເພື່ອຮັບປະກັນໃຫ້ການເປັນປະທານອາຊຽນ 2024 ໄດ້ຮັບຜົນສຳ ເລັດຢ່າງຈົບງາມ, ຊຶ່ງເປັນຜົນສຳເລັດລວມຂອງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຂອງອາຊຽນ. ທ່ານ ນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສໍາເລັດຕາມຄາດໝາຍ ເພື່ອເປັນພື້ນຖານໜັກເເໜ້ນໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມ ສຸດຍອດທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນເເຕ່ວັນທີ 8-11 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ.




