ໃນລະຫວ່າງວັນທີ 26 ຫາ 27 ກໍລະກົດ 2024 ນີ້ ທ່ານ ທະລະກອນ ບໍລະວົງ ເຈົ້າເມືອງວຽງຄໍາ ແຂວງຫຼວງພະບາງ ພ້ອມ ດ້ວຍທີມງານຂັ້ນເມືອງ ໄດ້ພົບປະຢ້ຽມຢາມປະຊາຊົນທີ່ຖືກຜົນຈາກໄພນໍ້າຖ້ວມຢູ່ບ້ານເມືອງໝ້ວຍ, ບ້ານວັງຄໍາກຸ່ມເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ ແລະບ້ານສົບເຮືອງ ກຸ່ມສົບເຮືອງ.
ໃນໂອກາດນີ້ ທ່ານເຈົ້າເມືອງໄດ້ສະແດງຄວາມໂສກເສົ້າເສຍໃຈ ແລະເປັນຫ່ວງຕໍ່ກັບຊີວິດການເປັນຢູ່, ການດຳລົງຊີວິດຂອງປະ ຊາຊົນ, ທັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ, ເຖົ້າແກ່ແນວ ໂຮມ, ຄະນະຮັບຜິດຊອບ ແລະທຸກພາກສ່ວນ ຕ້ອງເພີ່ມທະວີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ພ້ອມກັນສູ້ຊົນໃຫ້ຜ່ານຜົ້ນວິກິດໃນຄັ້ງໄປດ້ວຍດີ ແລະປັບປຸງຊີວິດການເປັນຢູ່ ໃຫ້ກັບຄືນສະພາບປົກກະຕິໂດຍໄວ ຕິດພັນກັບການປ້ອງກັນພະຍາດລະບາດທີ່ອາດຈະເກີດຂຶ້ນ.
ຈາກນັ້ນ ໄດ້ມອບເຄື່ອງອຸປະໂພກ ແລະບໍລິໂພກປະເພດເຂົ້າສານ, ນໍ້າດື່ມ, ເຄື່ອງນຸ່ງຮົ່ມ ແລະອາຫານແຫ້ງຈໍານວນໜຶ່ງໃຫ້ປະຊາຊົນ ເພື່ອແກ້ໄຂຄວາມຈໍາເປັນ, ບັນເທົາທຸກໃນເບື້ອງຕົ້ນ.
ສຳລັບເຫດການນ້ຳຖ້ວມຄັ້ງນີ້ ເຮັດໃຫ້ການເຂົ້າຫາບາງບ້ານ ທີ່ຖືກຜົນກະທົບ ຍັງພົບຄວາມຫຍຸ້ງຍາກ, ເນື່ອງຈາກເສັ້ນທາງຖືກຕັດຂາດ, ບາງບ້ານໄດ້ຂ້າມນໍ້າ ເຊິ່ງໄດ້ລໍຖ້າລະດັບນໍ້າຫຼຸດລົງ ຈຶ່ງສາມາດໄປໄດ້ ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ກຳລັງເລັ່ງແກ້ໄຂເສັ້ນທາງຫຼວງແຫ່ງຊາດເລກທີ 1C ແຕ່ບ້ານເມືອງໝ້ວຍ ຫາ ບ້ານໜອງຄໍາ ເຂດແດນເມືອງຮ້ຽມ ແຂວງຫົວພັນ ຄາດວ່າຈະແກ້ໄຂຂັ້ນພື້ນຖານສໍາເລັດໃນໄວໆນີ້.
ສະເພາະບ້ານເມືອງໝ້ວຍ ມີຄອບຄົວທີ່ຖືກຜົນກະທົບມີ 89 ຄອບຄົວ, ໃນນັ້ນ ຄອບຄົວທີ່ບໍ່ສາມາດເອົາເຄື່ອງຂອງອອກ ຈາກເຮືອນໄດ້ ແລະມີຄວາມຈໍາເປັນທີ່ສຸດ 28 ຄອບຄົວ, ເນື້ອທີ່ນາເສຍຫາຍເກືອບ 9 ເຮັດຕາ, ລົດຈັກ 15 ຄັນ, ລົດໄຖນາ 4 ຄັນ, ຈັກປັ່ນເຂົ້າ 1 ເຄື່ອງ, ລວມທັງສັດລ້ຽງລ້ຽງຂອງປະຊາຊົນຈຳນວນໜື່ງ, ຄາດຄະເນຄວາມເສຍຫາຍເບື້ອງຕົ້ນ ປະມານ 2 ຕື້ 9 ຮ້ອຍກວ່າລ້ານກີບ. ເຊີ່ງອົງການປົກຄອງບ້ານ ພວມຮຽກຮ້ອງ ຂໍຄວາມຊ່ວຍເຫຼືອນໍາທຸກພາກສ່ວນໃນສັງຄົມ ພ້ອມກັນປະ ກອບສ່ວນຊ່ວຍເຫຼືອວັດຖຸປັດໄຈທີ່ຈໍາເປັນ ເພື່ອບັນເທົາທຸກຂອງປະຊາຊົນທີ່ຖືກຜົນກະທົບໃນຄັ້ງນີ້.
ຂ່າວ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄໍາ







