ພະທາດໂລກະຈຸລະມະນີ ຫລື ພະທາດຫລວງ ແມ່ນສຸດຍອດແຫ່ງສິລະປະສະຖາປັດຕະຍະກຳລາວທີ່ເປັ່ງປະກາຍຮຸ່ງເຮືອງເຫລືອງເຫລື້ອມ, ຕັ້ງຢູ່ຢ່າງໂດດເດັ່ນ ແລະ ສະຫງ່າຜ່າເຜີຍໃນເຂດໃຈກາງນະຄອນຫລວງວຽງຈັນ, ເປັນປູສະນີຍະສະຖານບູຮານ ທີ່ສັກສິດ, ເປັນສັນຍະລັກຂອງປະເທດລາວ, ເປັນພະທາດທີ່ບັນຈຸພະສາວີຣິກະທາດຂອງພະພຸດທະເຈົ້າ. ທຸກໆປີໄດ້ຈັດງານສະເຫລີມສະຫລອງຂຶ້ນໃນວັນເພັງເດືອນສິບສອງທີ່ສືບທອດກັນມາແຕ່ບູຮານນະການຈົນເຖິງປັດຈຸບັນແລະໄດ້ກາຍເປັນສູນລວມຈິດໃຈ ໃສສັດທະຂອງຊາວພຸດ, ເປັນມິ່ງຂວັນອັນລໍ້າຄ່າຂອງປວງຊົນລາວທັງຊາດ ແລະ ເຮັດໃຫ້ຜູ້ຄົນທົ່ວທຸກສາລະທິດຕ່າງກໍປາຖະໜາໄດ້ມາຮ່ວມບຸນນະມັດສະການພະທາດຫລວງວຽງຈັນ ດ້ວຍນໍ້າໃຈໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງອົບອຸ່ນ.
![]()
ຕາມການບອກເລົ່າຂອງພະອາຈານຢູ່ວັດທາດຫລວງເໜືອໃຫ້ຮູ້ວ່າ: ກ່ອນຈະສ້າງພະທາດຫລວງນີ້ຂຶ້ນມາ ແມ່ນໄດ້ມີພະອໍລະຫັນ 5 ອົງ ມາຈາກປະເທດອິນເດຍ ໂດຍນໍາເອົາພະສາລີຣິກະທາດຂອງພະພຸດທະເຈົ້າມາພ້ອມ ເພື່ອປະດິດສະຖານໄວ້ຢູ່ເມືອງ ຈັນທະບູລີ ເຊິ່ງແຕ່ກ່ອນມີແຕ່ບ້ານຮ່ອງແກໃນປັດຈຸບັນ. ກ່ອນຈະສ້າງທາດເຈົ້າຈັນທະບູລີ ປະສິດທິສັກ ຫລື ບູລີຈັນ ເຈົ້າເມືອງວຽງຈັນ ພ້ອມດ້ວຍພະອໍລະຫັນທັງ 5 ອົງ ໄດ້ພ້ອມກັນອະທິຖານວ່າ: ຖ້າຢາກໃຫ້ເອົາພະສາລີຣີກະທາດປະດິດສະຖານໄວ້ທີ່ເມືອງນີ້ ຂໍໃຫ້ພື້ນທີ່ດິນບໍລິເວນແຫ່ງນີ້ແຍກອອກຈາກກັນ, ພໍແຕ່ອະທິຖານສິ້ນສຸດລົງ ພື້ນທີ່ດິນກໍໄດ້ຍະອອກຈາກກັນທີ່ມີຄວາມເລິກເຖິງ 5 ວາ ແລະ ກວ້າງ 5 ວາ, ຈາກນັ້ນ ພະອໍລະຫັນທັງ 5 ກໍໄດ້ເອົາແຜ່ນເງິນລົງໄປປູເຕັມພື້ນ, ເຈົ້າບູລີຈັນ ເຈົ້າເມືອງວຽງຈັນໄດ້ເອົາແຜ່ນຄໍາວົງວາງໃສ່ເຕັມພື້ນ, ນາງ ອິນທະສະຫວ່າງວົງ ເມຍເຈົ້າເມືອງວຽງຈັນ ໄດ້ເອົາຮູບປັ້ນໂຕສິງຕັ້ງຢອງໄວ້ເທິງແຜ່ນຄໍາ, ເຈົ້າເມືອງວຽງຈັນ ຈຶ່ງເອົາອູບແກ້ວຢອງເທິງໂຕສິງຄຳ ແລະ ເອົາແຜ່ນຄໍາມາວາງເທິງແກ້ວ ແລ້ວເອົາດອກໄມ້ທູບທຽນມາບູຊາໄວ້ ແລ້ວ ເອົາຄໍາມາອັດຢອງເທິງອູບແກ້ວໄວ້ອີກ, ຈາກນັ້ນ ເສນາອາມາດ ຈຶ່ງເອົາແຜ່ນເງິນ ມາວາງປົກໄວ້ແລ້ວ ເອົາຫີນໝາກຄອມມາຖົມ ຈຶ່ງເລີ່ມສ້າງທາດເຈດີກວມເອົາໄວ້ ແລະ ສ້າງຂຶ້ນທໍາອິດເມື່ອປີ ພສ 236, ມີລວງກວ້າງ 10 ແມັດ ແລະ ສູງ 9 ແມັດເອີ້ນວ່າ: ອຸມົງ ພະທາດຫລວງ. ![]()
ຕົກມາຮອດໄລຍະໜຶ່ງ, ພະຍາມະຫາໂສກ ກໍໄດ້ນໍາເອົາພະສາລີຣິກະທາດຂອງພະພຸດທະເຈົ້າມາປະດິດສະຖານໄວ້ຕື່ມອີກ ແລະ ກໍໄດ້ມາສ້າງພະເຈດີຕື່ມເປັນຄັ້ງທີສອງ. ມາຮອດສະໄໝ ເຈົ້າໄຊຍະເຊດຖາທິຣາດ ໄດ້ສະເດັດມາຈາກເມືອງຊຽງດົງ-ຊຽງທອງ (ຫລວງພະບາງ) ໄດ້ມາສ້າງພະຣາຊະວັງຫໍພະແກ້ວ, ຈາກນັ້ນ ໄດ້ສ້າງພະເຈດີໃໝ່ທີ່ໃຫຍ່ກວ່າເກົ່າ ກວມເອົາພະເຈດີເກົ່າເອີ້ນວ່າ: ມະຫາເຈດີໃຫຍ່ອົງປະເສີດເໝືອນພະເກດແກ້ວ ຈຸລະມະນີໃນເມືອງມະນຸດ. ຫລັງຈາກສ້າງສໍາເລັດ ແລ້ວເພິ່ນກໍໄດ້ພາກັນສະເຫລີມສະຫລອງກັນ 7 ມື້ເຈັດຄືນ ໃນວັນເພັງເດືອນສິບສອງ. ນັບຈາກນັ້ນມາ ເພິ່ນຈຶ່ງໄດ້ມີການຈັດພິທີສະເຫລີມສະຫລອງບຸນນະມັດສະການພະທາດຫລວງຂຶ້ນ ໃນວັນເພັງເດືອນສິບສອງຂອງທຸກໆປີສືບທອດກັນມາຈົນຮອດປັດຈຸບັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມເຫລື້ອມໃສໃຈສັດທາຂອງຊາວພຸດທັງຫລາຍທີ່ມາຮ່ວມເຮັດບຸນກຸສົນ ອັນເປັນປາງບຸນໃຫຍ່ ເພື່ອອຸທິດສ່ວນບຸນກຸສົນເຖິງດວງວິນຍານຂອງບັນພະບູລຸດ, ນັກບວດ, ພະອໍລະຫັນໃນແຕ່ລະຍຸກແຕ່ລະສະໄໝ ທີ່ມີຄຸນງາມຄວາມດີໄດ້ສ້າງພະທາດຫລວງນີ້ຂຶ້ນມາ ເພື່ອເປັນສີລິມົງຄຸນຄູ່ບ້ານຄູ່ເມືອງ ອັນໄດ້ຕິດພັນກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວເຮົາຕະຫລອດມາ.
ໂດຍ: ຢ່າຕົ່ງ


