ງານຕະຫລາດນັດສາກົນ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ຈັດຂຶ້ນໃນລະຫວ່າງ 2-7 ສິງຫາ 2024 ຢູ່ນະຄອນດາໜັງ ສສ ຫວຽດນາມ ໂດຍມີ 10 ປະເທດຄື: ສສ ຫວຽດນາມ, ສປປ ລາວ, ກຳປູເຈຍ, ໄທ, ມຽນມາ, ສ ເກົາ ຫລີ, ອິນໂດເນເຊຍ, ມາເລເຊຍ, ຣັດເຊຍ ແລະ ສປ ຈີນເຂົ້າຮ່ວມ. ໃນນັ້ນ, ມີຫ້ອງວ່າງສະແດງສິນຄ້າ ຜະລິດຕະພັນລາວ ແລະ ຜະລິດຕະພັນການທ່ອງທ່ຽວ ຈາກ ສປປ ລາວ 10 ກວ່າຫ້ອງວາງສະແດງ ແລະ 16 ກວ່າຫົວໜ່ວຍທຸລະກິດຈາກ ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປື ເຂົ້າຮ່ວມ. ສ່ວນຜູ້ປະກອບການທຸລະກິດການທ່ອງທ່ຽວ ປະກອບມີ: ໂຮງແຮມແລນມາກເເມ່ຂອງລີເວີໄຊ, ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ, ບໍລິສັດທ່ອງທ່ຽວພັດທະນາຈໍາປາໃໝ່, ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ, ການບິນລາວ, ບໍລິສັດລາວໂທລະຄົມ, ບໍລິສັດທ່ອງທ່ຽວເວີນວາຍ, ບໍລິສັດທ່ອງທ່ຽວກຣິນດິດໂຄເວີລີ, ໂຮງແຮມ ແລະ ຮ້ານອາຫານຫວງຄິມ, ແດນສະຫວັນນໍ້າງື່ມລີສອດ, ໂຮງແຮມຈັນທະປັນຍາ ໂດຍມີທ່ານ ສຸພັນ ຫາດາວເຮືອງ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນດາໜັງ, ທ່ານ ຄົມ ດວງຈັນທາ ຫົວໜ້າກົມ ໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ, ທ່ານ ຫງວຽນຮວ່າງລອງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂຮກິ່ມິງ ຮອງປະທານຄະນະກຳມະການປະຊາຊົນນະຄອນດາໜັງ ໄດ້ໃຫ້ຮູ້ວ່າ: ງານຕະຫລາດນັດປີນີ້, ໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຫລວງຫລາຍຈາກບັນດາວິສາຫະກິດ ແລະ ອົງການຈັດຕັ້ງສາກົນ ພ້ອມດ້ວຍບັນດາລາຍການສະແດງ ແລະ ການບໍລິການທີ່ຫລາກຫລາຍ ແລະ ອຸດົມສົມບູນ ເພື່ອແນະນຳ ແລະ ສົ່ງເສີມຜະລິດຕະພັນຊຸກຍູ້ບັນດາຄູ່ຮ່ວມມືລົງທຶນ ແລະ ຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ ເຊິ່ງຈະນຳຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຄົມວິສາຫະກິດ; ສ້າງຂົວຕໍ່ໃຫ້ບັນດາຫົວໜ່ວຍ, ວິສາຫະກິດ ແລະ ບັນດາບໍລິສັດຊຸກຍູ້ບັນດາຜະລິດຕະພັນສຳຄັນ, ຜະລິດຕະພັນ ໂອດັອບ, ເພື່ອເຂົ້າເຖິງຜູ້ບໍລິໂພກ; ສ້າງລະບົບຕ່ອງໂສ້ການສະໜອງຈາກການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ, ສ້າງເຄືອຄ່າຍສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຖິງການບໍລິໂພກ, ຊຸກຍູ້ການບໍລິໂພກພາຍໃນ, ເປີດກວ້າງຕະຫລາດພາຍໃນໄປສູ່ການສົ່ງອອກຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ.
ງານຄັ້ງນີ້, ຍັງເປັນການເພີ່ມທະວີ ສາຍພົວພັນການຮ່ວມມືການສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປີ່ນອ້ອມໃນງານຕະຫລາດນັດສາກົນການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໄດ້ມີການພົບປະແລກປ່ຽນບົດຮຽນຮ່ວມກັນ, ໄດ້ຂຸດຄົ້ນທ່າເເຮງຜະລິດຕະພັນການທ່ອງທ່ຽວເຊິ່ງກັນ ເເລະ ກັນ. ສໍາລັບ ສປປ ລາວ ແມ່ນເປັນການສົ່ງເສີມທຸລະກິດການທ່ອງທ່ຽວລາວ ໃຫ້ມີໂອກາດເເລກປ່ຽນຂໍ້ມູນຂ່າວສານທ່ອງທ່ຽວ, ຮູບເເບບການຈັດລາຍການທ່ອງທ່ຽວ, ການຮັບ-ສົ່ງນັກທ່ອງທ່ຽວ ເເລະ ກ້າວໄປເຖິງການຊື້-ຂາຍລາຍການທ່ອງທ່ຽວເຊິ່ງກັນ ເເລະ ກັນ ເຊິ່ງເປັນຮູບເເບບໜຶ່ງຂອງການໂຄສະນາຜະລິດຕະພັນການທ່ອງທ່ຽວ, ທັງເປັນການໂຄສະນາໃຫ້ປີທ່ອງທ່ຽວລາວ 2024 ຕື່ມອີກ.
ສໍາລັບ ຜະລິດຕະພັນ ແລະ ສິນຄ້າທີ່ນຳມາວາງສະແດງ ແລະ ວາງສະແດງໃນງານຄັ້ງນີ້ ປະກອບມີ: ເຄື່ອງໄຟຟ້າ, ເອເລັກໂຕຣນິກ-ໂທລະຄົມມະນາຄົມ, ອຸປະກອນເຕັກໂນໂລຊີ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງເຟີນີເຈີໄມ້, ຕົບແຕ່ງພາຍໃນ, ຫັດຖະກໍາ, ສິນຄ້າບໍລິໂພກເຊັ່ນ: ອາຫານ, ເຄື່ອງດື່ມ, ແຜ່ນແພ, ຢາ, ເຄື່ອງສຳອາງ, ການບໍລິການທ່ອງທ່ຽວ, ການຂົນສົ່ງ ແລະ ການສຶກສາ.
ຂ່າວ-ພາບ: ວີລະວັນ







