ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜັນຂະຫຍາຍໂຄງການສ້າງລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ບັດປະຈໍາຕົວ ຢູ່ ສປປ ລາວ

Aug 2, 2024

ກອງປະຊຸມ ຜັນຂະຫຍາຍໂຄງການສ້າງລະບົບຖານຂໍ້ມູນຄຸ້ມຄອງ ພົນລະເມືອງ ແລະ ບັດປະຈໍາຕົວ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2024, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີ ພົຕ ຫງວຽນວັນລອງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກຂະແໜງການຂັ້ນສູນກາງ ແລະ ກອງບັນຊາການ ປກສ ທ້ອງຖິ່ນ ເຂົ້າຮ່ວມ.
ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມເຊິ່ງບາງຕອນທ່ານໄດ້ກ່າວວ່າ: ວຽກງານຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອໃຫ້ປະເທດເຮົາກ້າວທັນກັບຍຸກສະໄໝໃໝ່. ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງປ້ອງກັນຄວາມສະຫງົບ ຍາມໃດກໍເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ; ໄລຍະຜ່ານມາ ສະພາບການກໍ່ອາດຊະຍາກຳທີ່ເກີດຂຶ້ນພາຍໃນປະເທດຂອງພວກເຮົາ ແມ່ນປະກອບມີກຸ່ມຄົນຫຼາຍສາຂາອາຊີບ, ມີທັງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຕ່າງປະເທດ. ພາຍຫຼັງກໍ່ອາດຊະຍາກຳແລ້ວ ເອົາຕົວ ຫຼົບໜີ ໂດຍມີການຍົກຍ້າຍທີ່ຢູ່ເປັນປະຈຳ, ມີການປ່ຽນແປງທາງດ້ານປະຫວັດບຸກຄົນ, ສະນັ້ນ ການເຮັດວຽກງານຕິດຕາມ, ກວດກາ, ຄຸ້ມຄອງການເຄື່ອນໄຫວ, ການເໜັງຕີງຂອງພົນລະເມືອງ ພົບຄວາມຫຍຸ້ງຍາກ, ລວມໄປເຖິງວຽກງານຕິດຕາມກວດກາ ຄຸ້ມຄອງການປະກອບອາຊີບຂອງ ພົນລະເມືອງ. ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນສູງ, ມີຄວາມວ່ອງໄວທັນສະໄໝ ຈໍາເປັນຕ້ອງໄດ້ຫັນເອົາລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າມາມີບົດບາດສໍາຄັນໃນການຄຸ້ມຄອງ ຫັນເອົາວຽກງານດັ່ງກ່າວເຂົ້າສູ່ລະບົບດີຈີຕ້ອນ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ໃນການຈັດຕັ້ງປະຕິບັດຜັນຂະຫຍາຍໂຄງການຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ ຢູ່ ສປປ ລາວ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຫວຽດນາມ ກໍຄືກະຊວງປ້ອງກັນຄວາມສະຫົງບ ຫວຽດນາມ ເຊິ່ງລັດຖະບານຂອງສອງປະເທດ ໄດ້ຮັບຮອງເອົາແລ້ວ ແລະ ທັງເປັນການຈັດຕັ້ງປະຕິບັດບົດ ບັນທຶກຮ່ວມມືທີ່ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໄດ້ກຳນົດແລ້ວ.
ນອກນັ້ນ, ຍັງໄດ້ຮັບຟັງການການລາຍງານການຄວາມຄືບໜ້າການຈັດຕັ້ງ ປະຕິບັດໂຄງການໄລຍະຕົ້ນ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ໄດ້ພ້ອມກັນຮັບຟັງການນໍາສະເໜີບົດຮຽນ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການສ້າງຖານ ຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຢູ່ ສສ ຫວຽດນາມ, ບົດລາຍງານຫຍໍ້ແຜນການຈັດຕັ້ງ ປະຕິບັດໂຄງການຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຢູ່ ສປປ ລາວ; ບົດສະເໜີຂອງກະຊວງພາຍໃນກ່ຽວກັບການຫັນເປັນດີຈິຕອນຂອງ ສປປ ລາວ ແລະ ກະຊວງເຕັກໂນໂລຢີ ແລະ ການສື່ສານ ຈະສະເໜີການຫັນເປັນດີຈິຕອນຂອງ ສປປ ລາວ ແລະ ການປະກອບຄໍາເຫັນ ຂອງບັນດາກະຊວງ ແລະ ແຂວງຕື່ມອີກ.
ພາບ-ຂ່າວ: ສິລິພອນ