ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂະບວນລົດໄຟໂດຍສານສາກົນຈີນ-ລາວຂົນສົ່ງຜູ້ໂດຍສານຂ້າມຊາຍແດນຫຼາຍກວ່າ 1.200 ເທື່ອຄົນຕໍ່ມື້

Aug 10, 2024

ວັນທີ 9 ສິງຫານີ້, ດ່ານກວດກາການເຂົ້າອອກເມືອງບໍ່ຫານຈີນແຈ້ງໃຫ້ຮູ້ວ່າ: ມື້ດຽວກັນ, ຂະບວນລົດໄຟໂດຍສານສາກົນຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນ1,215 ເທື່ອຄົນ, ເຊິ່ງໄດ້ສ້າງສະຖິຕິສູງສຸດຕໍ່ມື້ນັບແຕ່ເປີດລົດໄຟໂດຍ ສານສາກົນ.
ສຳລັບປີນີ້, ນັບມາຮອດວັນທີ 9 ສິງຫານີ້, ດ່ານທາງລົດໄຟບໍ່ຫານຈີນ ນັບລວມແລ້ວໄດ້ກວດກາ ແລະ ອະນຸຍາດຄົນເຂົ້າອອກເມືອງ157.000ກວ່າເທື່ອຄົນ, ແລະໄດ້ກວດກາ ແລະ ອະນຸຍາດສິນຄ້າຫຼາຍກວ່າ 3 ລ້ານໂຕນເຂົ້າອອກເມືອງ. ປັດຈຸບັນ, ມີຜູ້ໂດຍສານເກືອບ 250.000 ເທື່ອຄົນທີ່ມາຈາກ 97 ປະເທດ ແລະ ເຂດແຄວ້ນໄດ້ອອກເມືອງ ໂດຍນຳໃຊ້ຂະບວນລົດໄຟໂດຍສານສາກົນຈີນ-ລາວ.
ທີ່ມາ: CMG FM93
May be an image of train and railroad