ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ແບບທາງໄກ

Aug 19, 2024

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ນາເຣນ ດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ອິນເດຍ, ໃນວັນທີ 17 ສິງ ຫາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ແບບທາງ ໄກ, ພາຍໃຕ້ຫົວຂໍ້ບຸລິມະສິດ: “ອຳ​ນາດ​ຂອງ​ປະ​ເທດ​ເຂດ​ໂລກ​ໃຕ້ ເພື່ອ​ອະ​ນາ​ຄົດ​ທີ່​ຍືນ​ຍົງ” ທີ່ ສໍານັກງານນາຍົກລັດ ຖະມົນຕີ, ນະ ຄອນຫລວງວຽງຈັນ.
ກອງປະຊຸມສຸດຍອດຄັ້ງນີ້, ແມ່ນຂໍ້ລິເລີ່ມຂອງອິນເດຍ ໃນຖາ ນະປະເທດປະທານ G20 ປະຈຳປີ 2023 ໂດຍມີການນໍາຂັ້ນສູງ ແລະ ຂັ້ນລັດຖະມົນຕີ ຕາງໜ້າຈາກ 17 ປະເທດເຂດໂລກໃຕ້ ໄດ້ເຂົ້າຮ່ວມ. ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບ ການທີ່ຜັນແປຂອງໂລກໃນປັດຈຸບັນ ແລະ ຄວາມພະຍາຍາມໃນການສືບຕໍ່ສ້າງຄວາມເຂັ້ມແຂງ ຂອງບັນດາປະເທດກຳລັງພັດທະນາໃນເຂດໂລກໃຕ້ ເພື່ອອະນາຄົດທີ່ຍືນຍົງ ໂດຍສະເພາະໃນທ່າມກາງສະພາບປະຈຸບັນ ທີ່ພາກພື້ນ ແລະ ໃນໂລກ ຍັງສືບຕໍ່ປະສົບກັບສິ່ງທ້າທາຍຫລາຍປະການ ເປັນ ຕົ້ນ ບັນຫາຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ, ບັນຫາເສດ ຖະກິດ, ການຄ້າ, ໄພເງິນເຟີ້, ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ, ຕ່ອງໂສ້ການສະໜອງໂລກ, ການບໍລິຫານລັດ, ການພັດທະນາຊັບພະຍາກອນມະນຸດ, ການຫັນເປັນດີຈິຕອນ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຢໍ້າຄືນຄວາມສໍາຄັນຂອງການພົວພັນຮ່ວມມືຫລາຍຝ່າຍ ເພື່ອການພັດທະນາແບບຍືນຍົງ ເຊິ່ງ​ເຫັນ​ວ່າ ເປັນບູ​ລິ​ມະ​ສິດ​ທີ່​ຈຳ​ເປັນ ສໍາລັບປະ​ເທດ​ກຳ​ລັງ​ພັດ​ທະ​ນາ ເພື່ອຄວາມຈະເລີນ​ກ້າວ ໜ້າ ກໍ​ຄື ​ການສືບ​ຕໍ່​ຮັກ​ສາ ແລະ ສົ່ງ​ເສີມ​ສັນ​​ຕິ​ພາບ​, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຜາ​ສຸກ​ໃນ​ ພາກ​ພື້ນ ແລະ ທົ່ວ​ໂລກ, ລວມທັງ ຊຸກຍູ້ສົ່ງເສີມການຮ່ວມມືກັນຂອງບັນດາປະເທດ ກໍຄື ລະຫວ່າງອົງການຈັດຕັ້ງພາກພື້ນຂອງເຂດໂລກໃຕ້ ແລະ ບັນດາຄູ່ຮ່ວມມືພາຍນອກ ໂດຍສະເພາະໃນຂົງເຂດທີ່ເປັນທ່າແຮງຕ່າງໆ ເຊັ່ນ: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຫັນເປັນດີຈິຕອນ, ພະລັງງານສະອາດ, ການສຶກສາ ແລະ ພັດທະນາຊັບພະຍາກອນ ມະນຸດ ກໍຄື ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ຊາວໜຸ່ມ. ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024, ສປປ ລາວ ມີຄວາມໝາຍໝັ້ນເພື່ອຊຸກຍູ້ສົ່ງເສີມການເຊື່ອມໂຍງ- ເຊື່ອມຈອດພາກ​ພື້ນ ແລະ ສົ່ງ​ເສີມ​ການ​ຮ່ວມ​ມື ລະ​ຫວ່າງ ​ບັນ ດາປະ​ເທດ​ສະ​ມາ​ຊິກອາຊຽນ ແລະ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໃຫ້ແໜ້ນແຟ້ນຂຶ້ນ ເພື່ອໃຫ້ເຮັດໃຫ້ ອາຊຽນ ສືບຕໍ່ເປັນ​ພາກ​ພື້ນແຫ່ງ ສັນຕິພາບ, ສະ​ຖຽນ​ລະ​ພາບ ແລະ ການພັດທະ ນາແບບຍືນຍົງ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້​ເຊື້ອ​ເຊີນ ​ທ່ານ ນາ​ເຣນດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ອິນ​ເດຍ ເພື່ອເດີນທາງມາ​ເຂົ້າ​ຮ່ວມກອ​ງ ປະ​ຊຸມສຸ​ດຍອດ​ອາ​ຊຽນ ຄັ້ງ​ທີ 44 ແລະ 45 ແລະ ກອງ​ປະ​ຊຸມ​ສຸ​ດ ຍອດ​ອື່ນໆ​ທີ່​ກ່ຽວ​ຂ້ອງ ເຊິ່ງ​ຈະ​ຈັດ​ຂຶ້ນ​ໃນລະຫວ່າງ​ວັນ​ທີ 8-11 ຕຸ​ລາ 2024 ທີ່ ນະ​ຄອນ​ຫລວ​ງວຽງ​ຈັນ.
ໃນໄລຍະກອງປະຊຸມສຸດຍອດກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ນີ້, ກໍຍັງມີກອງປະຊຸມລັດຖະມົນຕີຕ່າງປະເທດ, ກອງປະຊຸມລັດຖະມົນຕີສາທາລະນະສຸກ ແລະ ບັນດາກອງປະຊຸມ ແລະ ກິດຈະກຳອື່ນໆ ທີ່ປິ່ນອ້ອມຈຳນວນໜຶ່ງ.