ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີໄຂສົກຮຽນໃໝ່ 2024-2025 ເອກະພາບທົ່ວປະເທດ ໃນວັນທີ 2 ກັນຍາ 2024 ນີ້, ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະລັດຖະມົນຕີ, ອະດີດການນໍາ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ພະແນກ, ອະ ທິ ການບໍດີ, ພະນັກງານ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.
ໃນໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ມີຄໍາເຫັນວ່າ: ສົກຮຽນໃໝ່ 2024-2025 ເປັນອີກສົກຮຽນໜຶ່ງທີ່ມີຄວາມສຳຄັນຫລາຍ ເພາະເປັນສົກຮຽນສຸດທ້າຍໃນການປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ການກິລາ 5 ປີ ຄັ້ງທີ IX ແລະ ຈະດໍາເນີນຢູ່ໃນເງື່ອນໄຂທີ່ມີທັງຂໍ້ສະດວກ ແລະ ສິ່ງທ່າທາຍຫລາຍຢ່າງເປັນຕົ້ນ ການຂາດເຂີນຄູ, ອັດຕາການເຂົ້າຮຽນຂອງນັກຮຽນອາດຈະຍັງຕໍ່າ, ອັດຕາການປະລະອາດຈະຍັງສູງ ແລະ ຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ ກໍຄື ເງື່ອນໄຂໃນການປະຕິບັດໜ້າທີ່ຂອງຄູ-ອາຈານ ແລະ ຜູ້ບໍລິຫານອາດຈະຍັງມີຄວາມຫຍຸ້ງ ຍາກ. ແຕ່ເຖິງຢ່າງໃດກໍຕາມ ຕໍ່ໜ້າສະພາບ ແລະ ສິ່ງທ້າທາຍດັ່ງກ່າວ, ພັກ ແລະ ລັດຖະບານ ຍາມໃດກໍໄດ້ເອົາ ໃຈໃສ່ ແລະ ເປັນຫ່ວງເປັນໄຍຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແລະ ມອບໝາຍວຽກງານດັ່ງກ່າວໃຫ້ພວກເຮົາ ເພື່ອເຮັດໃຫ້ມີການຫັນປ່ຽນທີ່ດີຂຶ້ນໃນສົກຮຽນໃໝ່ນີ້.
ສະນັ້ນ ກະຊວງສຶກສາທິການ ແລະ ກິລາ ຈະໄດ້ສຸມທຸກກໍາລັງແຮງ, ນໍາໃຊ້ຊັບພະ ຍາກອນທີ່ມີ ພ້ອມທັງເພີ່ມຄວາມຮັບຜິດຊອບຂອງບຸກຄະລາກອນ ພາຍໃນຂົງເຂດຂອງຕົນ ແລະ ປະສານສົມທົບກັບ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ເພື່ອເຮັດໃຫ້ການດຳເນີນການຮຽນ-ການສອນ ໃນສົກຮຽນນີ້ເປັນຂະບວນຟົດຟຶ້ນກວ່າເກົ່າ, ເຮັດໃຫ້ຕົວເລກຄາດໝາຍຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາບັນລຸຕາມຄາດໝາຍໃຫ້ຫລາຍຂຶ້ນກວ່າເກົ່າ.
ພ້ອມກັນນີ້, ທ່ານຍັງໄດ້ຮຽກຮອງໃຫ້ທຸກຄົນຈົ່ງພ້ອມຈິດ ພ້ອມໃຈກັນ ຈັດຕັ້ງປະ ຕິບັດແຜນ ການຮຽນ-ການສອນ ສຳລັບສົກຮຽນ 2024-2025 ນີ້ ດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະ ການ ທີ່ພວກເຮົາກຳລັງຜະເຊີນຢູ່ ນຳເອົາແສງສະຫວ່າງ, ຄວາມຮູ້, ຄວາມສາມາດ, ຄຸນສົມບັດ ແລະ ທັກສະດ້ານຕ່າງໆໃຫ້ແກ່ລູກຫລານຂອງພວກເຮົາ ເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນສົກຮຽນໃໝ່ນີ້.
ໃນພິທີໄຂສົກຮຽນໃໝ່ຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ສານອວຍພອນຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດພິທີໄຂສົກ ຮຽນໃໝ່ 2024-2025, ການປະກອບຄໍາເຫັນຂອງນ້ອງນັກຮຽນ, ຕົວແທນຄູອາຈານ ແລະ ຄະນະພັດທະນາການສຶກສາຈຳນວນໜຶ່ງ ຊຶ່ງເປັນຕົວແທນໃຫ້ແກ່ນ້ອງນັກຮຽນ, ຄູອາຈານ ແລະ ຄະນະພັດທະນາການສຶກສາ ໃນແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດອີກດ້ວຍ.





