ເມື່ອບໍ່ດົນມານີ້, ຢູ່ຫ້ອງປະຊຸມຫ້ອງວ່າການເມືອງງອຍ ແຂວງຫລວງພະບາງ ໄດ້ຈັດກອງປະຊຸມປະເມີນຜົນວຽກງານຄຸ້ມຄອງທຸລະກິດການທ່ອງທ່ຽວ ແລະ ເຜີຍ ແຜ່ນິຕິກຳກ່ຽວກັບ ວຽກງານການທ່ອງທ່ຽວ ມີ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງໆງອຍ ພ້ອມດ້ວຍຫົວໜ້າ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ເຂົ້າຮ່ວມ.
ທ່ານ ສິງຫາ ສີຫາລາດ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວເມືອງງອຍ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການບໍລິການ ຫົວໜ່ວຍທຸລະກິດການທ່ອງທ່ຽວຢູ່ເມືອງງອຍໃນໄລຍະຜ່ານມາ ເມືອງງອຍ ເປັນເມືອງທີ່ມີຄວາມອຸດົມສົມບຸນທາງດ້ານທໍາມະຊາດ, ປະຫັວດສາດ, ວັດທະນະທໍາ ເໜາະສົມກັບການຜະລິດເປັນສີນຄ້າ, ການພັດທະນາເສດຖະກິດ ສັງ ຄົມ ແລະບໍລິການ ການທ່ອງ ທ່ຽວ, ມີທີວທັດທໍາມະຊາດທີ່ສວຍສົດງົດງາມ, ມີວັດທະນະທໍາຮີດຄອງປະເພນີອັນດີງາມ.
ທົ່ວເມືອງ ມີແຫຼ່ງທ່ອງທ່ຽວທາງປະຫັວດສາດ 19 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 17 ແຫ່ງ ແລະແຫຼ່ງທ່ອງທ່ຽວທໍາມະຊາດ 15 ແຫ່ງ, ມີຮ້ານອາຫານ 33 ຮ້ານ, ເຮືອນພັກ 31 ຫຼັງ ແລະລິສອດ 5 ຫຼັງ, ມີຫົວໜ່ວຍບໍລິການການທ່ອງທ່ຽວ 15 ຫົວ ໜ່ວຍ, ໃນນັ້ນ ມີບັນກິດຈະກໍາການທ່ອງທ່ຽວຫຼາກຫຼາຍສີສັນ ເພື່ອບໍລິການຮັບໃຊ້ແຂກທັງພາຍໃນ ແລະຕ່າງປະເທດຈໍານວນ 14 ກິດຈະກໍາ, ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ນິຕິກຳກ່ຽວກັບວຽກງານການທ່ອງທ່ຽວ ພ້ອມທັງມີການປະກອບຄໍາເຫັນຄຳເຫັນ ເພື່ອພັດທະນາວຽກງານການທ່ອງ ທ່ຽວຢູ່ເມືອງງອຍ ໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ນາງ ສຸດາພອນ ຄົມທະວົງ ໄດ້ມີຄຳເຫັນ ຮຽກຮ້ອງໃຫ້ອົງ ການປົກຄອງເມືອງ, ບັນດາພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃຫ້ຄວາມສໍາຄັນກັບວຽກງານຄຸ້ມຄອງຂອບເຂດບໍລິການການທ່ອງທ່ຽວ ໂດຍສະເພາະຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ ປັບປຸງ ແລະພັດທະນາສະຖານທີທ່ອງທ່ຽວ, ປົກປັກຮັກສາເສັ້ນທາງຮ່ອມ ພາຍໃນເທດສະບານ ໃຫ້ມີຄວາມສະອາດສວຍງາມ, ຍົກສູງຄວາມສະຫງົບ ປອດໄພໃຫ້ກັບນັກທ່ອງທ່ຽວ, ມີຄວາມສັດຊື່ຕໍ່ແຂກ, ສືບຕໍ່ປູກຝັງລ້ຽງສັດເພື່ອສະໜອງໃຫ້ແກ່ການບໍລິການການທ່ອງທ່ຽວ ແລະເປັນສິນຄ້າສົ່ງອອກ, ພ້ອມ ກັນ ປົກປັກຮັກສາວັດທະນະທໍາ, ວີຖີການດຳລົງຊີວີດ, ປົກປັກຮັກສາຮີດຄອງປະເພ ນີອັນດີງາມຂອງເຜົ່າ ແລະເຕົ້າໂຮມຄວາມສາມາຄີໃຫ້ແໜ້ນແຟ້ນຍິ່ງຂື້ນ.
ຂ່າວ: ປານີ ວິໄລຈິດ






