ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ ການສຶກສານານາຊາດ ຖາງເຟີງ ປະຈຳສຳນັກງານໃຫຍ່ ແຫ່ງ ສປ ຈີນ, ຕາງ ໜ້າໂດຍ ບໍລິສັດ ຖາງ ອິນເຕີເນຊັນແນວ ອີດູເຄເຊິນ ແອນ ເຕັກໂນໂລຊີ ຈຳກັດ ປະຈຳລາວ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໂຄງການການສຶກສາ ລາວ-ຈີນ 210 ໃນຕອນເຊົ້າວັນທີ 6 ກັນຍາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ຕາງໜ້າລົງນາມໂດຍ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຂັນສະແຫວງ ພິມມະສອນ ປະທານ ບໍລິສັດ ຖາງ ອິນເຕີເນຊັນແນວ ອີດູເຄເຊິນ ແອນ ເຕັກໂນໂລຊີ ຈຳກັດ ປະຈຳລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
ການເຊັນສັນຍາຄັ້ງນີ້ ເພື່ອການພັດທະນາຫຼັກສູດດ້ານພາສາ ແລະ ວິຊາຊີບ, ການພັດທະນາດີຈິຕອນ ໃຫ້ໄດ້ແບບມາດຕະຖານສາກົນ ເພື່ອເປີດກວ້າງເສີມສ້າງຄວາມຮູ້ໃໝ່ການຝຶກອົບຮົມ ຄູ-ອາຈານ ແລະ ນັກສຶກສາວິຊາຊີບ ພ້ອມທັງສະໜັບ ສະໜູນຄູ-ອາຈານຜູ້ຊ່ຽວຊານ ໄດ້ຈັດກິດຈະກໍາແລກປ່ຽນ ຄວາມຮູ້ ແລະ ປະສົບ ການກ່ຽວກັບເຕັກໂນໂລຊີການພັດທະນາອາຊີບ; ສປປ ລາວ ແລະ ສປ ຈີນ ຮ່ວມ ກັນສ້າງເຄື່ອຂ່າຍຊ່ອງທາງການສື່ສານ (TVET) ການຮຽນ-ການສອນ ແບບອອນລາຍ ໂດຍຜ່ານການສະໜັບສະໜູນຈາກວິທະຍາໄລວິຊາຊີບຂອງລາວ ແລະ ຈີນ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ຄັດເລືອກເອົາ ວິທະຍາໄລວິຊາຊີບ ທີ່ເໝາະ ສົມ ເພື່ອການຮ່ວມມື, ເພື່ອເປີດກວ້າງ ແລະ ຍົກລະດັບຄຸນນະພາບການຮຽນ ແລະ ການສິດສອນ;ຊຸກຍູ້ ແລະ ສະໜັບສະໜູນ ນັກຮຽນຂອງລາວທີ່ຜ່ານການຝຶກອົບ ຮົມໃຫ້ພວກເຂົາເຈົ້າ ໄດ້ມີໂອກາດພັດທະນາຄວາມຮູ້ ທັງພາສາ, ວັດທະນະທໍາ ແລະ ເກັບກ່ຽວປະສົບການ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງຮັບຮອງຢັ້ງຢືນ ດ້ວຍໃບປະກາສະນີຍະບັດ ຈາກສອງປະເທດ ທີ່ເຂົ້າຮ່ວມໃນໂຄງການ.
ຂ່າວ: ລູກນໍ້າເຊ






