Vietnam Net ລາຍງານວ່າ: ພະຍຸ Yagi ພວມພັດເຂົ້າເຂດພາກເໜືອ ຫວຽດນາມ ດ້ວຍລະດັບລົມແຮງທີ່ສຸດ. ຕາມສູນພະຍາກອນ ອຸຕິນິຍົມອຸທົກກະສາດແຫ່ງຊາດຄາດວ່າໃນຕອນເຊົ້າວັນທີ 7 ກັນຍາ, ພະຍຸພັດເຂົ້າໃກ້ເຂດພາກເໜືອ, ຫ່າງຈາກແຂວງກ໋ວາງນິງ ປະມານ 150 ກີໂລແມັດ ໄປທາງທິດຕາເວັນອອກສ່ຽງໃຕ້. ກຳລັງລົມແຮງແຕ່ລະດັບ 13 – 14, ຂຶ້ນເຖິງ 17. ຕອນບ່າຍວັນທີ 7 ກັນຍາ, ພາຍຸອາດພັດເຂົ້າເຂດພາກເໜືອ ແຕ່ແຂວງ ກ໋ວາງນິງຈົນຮອດແທັງຮວາ.
ບັນດານັກຊ່ຽວຊານ ຄາດຄະເນວ່າ ເຂດອພາກເໜືອຈະປະສົບກັບໄພພິບັດທຳ ມະຊາດລະດັບ 4, ມີຄວາມສ່ຽງສູງ.












