ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ຊ່ວຍເຫລືອກໍ່ສ້າງໂຮງຮຽນປະຖົມບ້ານປຸ່ງ ເມືອງຜາໄຊ

Sep 9, 2024

ພິທີມອບ-ຮັບອາຄານຮຽນໂຮງຮຽນປະຖົມບ້ານປຸ່ງ ເມືອງຜາໄຊ ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 6 ກັນຍາ 2024 ທີ່ບ້ານປຸ່ງ ຕາງໜ້າມອບໂດຍທ່ານ ທຽນ ຈິນຊຸ່ນ (Tian Jinchun) ຮອງຜູ້ຈັດການ ແລະ ອຳນວຍການບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ຈຳກັດ ແລະ ຕາງໜ້າກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ເພື່ອມອບຕໍ່ໃຫ້ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແບະຄູອາຈານພາຍໃນບ້ານ ເປັນນຳໃຊ້ ແລະ ບົວລະບັດຮັກສາ.
ທ່ານ ທຽນ ຈິນຊຸ່ນ ໄດ້ລາຍງານໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານປຸ່ງ ເມືອງຜາໄຊ ແຂວງຊຽງຂວາງ ໂດຍໄດ້ຮັບການສະໜັບສະໜູນຈາກ ທຶນພັດທະນາຊຸມຊົນ ຂອງບໍລິສັດ ເຂື່ອນໄຟຟ້ານ້ຳງຽບ 2 ຈຳກັດ ຊຶ່ງໄດ້ກໍ່ສ້າງໃນຕົ້ນເດືອນ ມີນາ 2024 ເປັນອາຄານອາຄານຖາວອນ 1 ຫລັງ ກວ້າງ 9 ແມັດ, ຍາວ 36 ແມັດ, ມີ 4 ຫ້ອງຮຽນ, 1 ຫ້ອງການ, ຫ້ອງນ້ຳ 1 ຫລັງ, ມີລະບົບນ້ຳ, ໄຟຟ້າ ແລະ ເຄື່ອງເຟີນີເຈີຄົບຊຸດ ຊຶ່ງໄດ້ກໍ່ສ້າງສຳເລັດ ໃນວັນທີ 3 ກັນຍາ 2024.
ໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ກ່າວສະ ແດງຄວາມຂອບໃຈມາຍັງບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫລືອອາ ຄານຮຽນ ແລະ ຊ່ວຍພັດທະນາແຂວງຊຽງຂວາງ ເຮັດໃຫ້ເດັກນ້ອຍມີອະນາຄົດທີ່ສົດໃສ ຊຶ່ງສປປ ລາວ ໄດ້ຖືເອົາການສຶກ ສາໄປກ່ອນໜຶ່ງບາດກ້າວ ພ້ອມທັງເນັ້ນໃຫ້ບ້ານ, ຄູ ແລະ ນັກ ຮຽນ ໃຫ້ຖືວ່າໂຮງຮຽນແມ່ນເຮືອນຫລັງທີ່ສອງຂອງຕົນ ຈົ່ງຊ່ວຍກັນປົກປັກຮັກສາ, ລ້ອມຮົ້ວ ເພື່ອໃຫ້ນຳໃຊ້ໄດ້ຍາວນານ.
ໂອກາດນີ້, ບໍລິສັດເຂື່ອນໄຟຟ້ານ້ຳງຽບ 2 ຈຳກັດ ແລະ ທ່ານຮອງເຈົ້າແຂວງ ຍັງໄດ້ມອບອຸປະກອນການຮຽນ-ການສອນຈຳ ນວນໜຶ່ງ ໃຫ້ນ້ອງນ້ອຍນັກຮຽນ ແລະ ໂຮງຮຽນ ພ້ອມທັງເຄື່ອງອຸປະໂພກ-ບໍລິໂພກ ໃຫ້ພໍ່ແມ່ປະຊາຊົນບ້ານປຸ່ງ ແລະ ມອບເງິນ 25 ລ້ານກີບໃຫ້ເມືອງຜາໄຊ ເພື່ອໝູນໃຊ້ເຂົ້າໃນວຽກງານໄພພິ ບັດຂັ້ນເມືອງຕື່ມອີກ.