ວັນທີ 7 ກັນຍານີ້, ພາຍຸ ໄຕ້ຝຸ່ນ ຢາກິ ໄດ້ເຮັດໃຫ້ປະຊາຊົນ 1,2 ລ້ານກວ່າຄົນ ໃນແຂວງໄຫຫລຳ, ແຂວງກວາງຕຸ້ງ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ປະສົບໄພຢ່າງໜັກ ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບອີກ 95 ຄົນ.
ພາຍຫລັງໄພພິບັດເກີດຂຶ້ນ, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ, ທັງເປັນປະ ທານ ຄະນະກຳມະການການທະຫານສູນກາງຈີນ ໄດ້ເອົາໃຈໃສ່ເປັນຢ່າງສູງ ແລະ ໃຫ້ຄຳຊີ້ນຳທີ່ສຳຄັນ ໂດຍຮຽກຮ້ອງໃຫ້ເລັ່ງກວດກາສະພາບຂອງໄພພິ ບັດຢ່າງລະອຽດ, ຈັດຕັ້ງກຳລັງພາກສ່ວນຕ່າງໆ ກູ້ໄພ, ຈັດສັນປະຊາຊົນຜູ້ປະສົບໄພ ໃຫ້ດີ ເພື່ອປ້ອງ ກັນບໍ່ໃຫ້ໄພເກີດຂຶ້ນຕາມມາອີກ ແລະ ພະຍາຍາມສຸດຄວາມສາມາດ ເພື່ອຫລຸດຈຳ ນວນຜູ້ເສຍຊີວິດ ແລະ ບາດເຈັບ.
ພ້ອມນີ້ ຕ້ອງຟື້ນຟູສິ່ງກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ຄົມມະນາຄົມ, ໄຟ ຟ້າ ແລະ ໂທລະຄົມ, ຕັ້ງໜ້າ ດຳເນີນການສ້າງສາຄືນໃໝ່ຫລັງໄພພິບັດ, ຟື້ນຟູ ຄວາມເປັນລະບຽບຮຽບຮ້ອຍ ດ້ານການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ, ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາ ຊົນ ຢ່າງແທ້ຈິງ./.
ທີ່ມາ: CMG





