ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງພະບາງ ລະດົມທຶນເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ 2 ເມືອງ

Sep 9, 2024

ວັນທີ 6 ກັນຍາ 2024 ນີ້, ທີ່ຫ້ອງວ່າການແຂວງຫຼວງພະບາງ ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະະແນກ ແຜນການ ແລະການ ລົງທຶນແຂວ“ ພ້ອມດ້ວຍຄະນະ ໄດ້ນຳວັດຖຸປັດໄຈ ມູນຄ່າ 100 ລ້ານກີບ ໂດຍໄດ້ຮັບການຊຸກຍູ້ຈາກ ກຸ່ມບໍລິສັດ ດີເອຊເຄ ຈໍາກັດ (ໂຮງງານນ້ຳດືມແຮ່ທາດ ມິນີໂຣ) 50 ລ້ານກີບ ແລະໂຮງງານກະ ເບື້ອງກາສິງ 50 ລ້ານກີບ, ມອບໃຫ້ອົງການປົກຄອງແຂວງ ນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງວຽງຄໍາ ແລະເມືອງປາກແຊງ ໃນວັນທີ່ 24 ກໍລະກົດ ຜ່ານມາ.
ກ່າວຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ປະ ທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນແຂວງ, ເຊີ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຂອບໃຈເປັນຢ່າງຍິ່ງ ຕໍ່ຄະນະນຳພະແນກ ແຜນການ ແລະ ການລົງທຶນ ແຂວງ ທີ່ຊ່ວຍລະດົມທຶນ ປະກອບສ່ວນບິແບ່ງປັດໄຈຊ່ວຍເຫຼືອຜູ້ປະສົບໄພທຳມະ ຊາດໃນຄັ້ງນີ້.
ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 4 ກັນຍາຜ່ານມານີ້ ຢູ່ສູນຮັບບໍລິ ຈາກຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຂອງເມືອງວຽງຄໍາ ທ່ານ ສົມ ມາລີ ຄຳເກັ່ງ ເຈົ້າເມືອງພູຄູນ ພ້ອມດ້ວຍຄະນະຂອງເມືອງ ໄດ້ນຳເງິນຈຳນວນ 8.000.000 ກີບ ມອບໃຫ້ອົງການປົກຄອງເມືອງ ເພື່ອນຳໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງຕາງໜ້າຮັບໂດຍ ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງວຽງຄຳ ພ້ອມດ້ວຍຄະນະນຳຂອງເມືອງ.