ໃນລະຫວ່າງ ວັນທີ 4-7 ກັນຍາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ສປປ ລາວ ໄດ້ຈັດກອງປະຊຸມ ຄັ້ງທີ IV ລະ ຫວ່າງ ຄະນະກໍາມະການປະສົມຊາຍແດນ ລາວ-ຫວຽດນາມ; ຄະນະວິຊາການຝ່າຍລາວ ນຳໂດຍ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ, ຫົວໜ້າຄະນະວິຊາການຊາຍແດນຮ່ວມ ລາວ- ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ນາງ ຫງວຽນ ຖິ ເຮືອງ, ຮອງຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ສສ ຫວຽດນາມ, ຫົວໜ້າຄະນະວິຊາ ການຊາຍແດນປະສົມ ຫວຽດນາມ-ລາວ ແລະ ຍັງມີຜູູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດຜັນ ຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມ ຄະນະກໍາມະ ການປະສົມຊາຍແດນ ລາວ-ຫວຽດນາມ ຄັ້ງທີ III, ການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIII ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມໃນ 6 ເດືອນຕົ້ນປີ ແລະ ການປະຕິບັດສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍ ແດນ ແລະ ດ່ານຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນ ວັນທີ 16 ມິນາ 2016.
ການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະ 8 ເດືອນຜ່ານມາເຫັນວ່າ ບັນດາເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ. ໄດ້ເປັນເຈົ້າ ການຫ້າວຫັນປະກອບສ່ວນສໍາຄັນເຂົ້າໃນວຽກງານຄຸ້ມຄອງຊາຍ ແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງ ສອງປະເທດ ເຊິ່ງໄດ້ເປັນການປະກອບສ່ວນ ອັນສຳຄັນໃຫຍ່ຫຼວງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນ ເຊື້ອມາແຕ່ດົນນານ, ບົນພື້ນຖານຈິດໃຈສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ “-ຫວຽດນາມ ອ້າຍນ້ອງ. ທັງໝົດນິ້, ກໍ່ເພື່ອແນໃສ່ເຮັດໃຫ້ບໍລິເວນຊາຍແດນຂອງ ລາວ-ຫວຽດນາມ ເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ມີຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການປັບປຸງແກ້ໄຂລະບຽບການຊາຍແດນສອງປະເທດໃຫ້ສອດຄ່ອງກັບສະພາບການໃນໄລຍະໃໝ່ ແລະ ໄດ້ເປັນເອກະພາບກັນໃນການວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອປະຕິບັດວຽກງານຊາຍແດນໃຫ້ມີປະສິດທິຜົນ, ເປັນຕົ້ນແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຊາຍແດນຂອງສູນກາງ ແລະ ທ້ອງຖິ່ນທັງສອງປະເທດສືບຕໍ່ເອົາໃຈໃສ່ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ກວດກາລາດຕະເວນຮ່ວມກັນສອງຟາກຊາຍ ແດນເປັນປະຈຳ, ຍົກສູງວຽກງານການຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ. ເພີ່ມທະວີເອົາໃຈໃສ່ວຽກ ງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ລະບຽບການຊາຍ ແດນຂອງສອງປະເທດໃຫ້ແກ່ບັນດາພໍ່ແມ່ປະຊາຊົນ ທີ່ດຳລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຫວຽດນາມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຈະແຈ້ງຕໍ່ລະບຽບຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ. ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນ, ສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ, ການຄ້າຊາຍແດນ ການສົ່ງອອກ- ນໍາເຂົ້າສິນຄ້າຜ່ານແດນ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ, ຄ້າຂາຍ, ໄປມາຫາສູ່ ແລະ ທໍາມາຫາກິນພ້ອມກັນພັດທະນາຮ່ວມກັນ.
ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງ ສາຍພົວພັນອັນສະໜິດສະໜົມໄມຕຣີຈິດ ມິດຕະພາບ ທີ່ມີມູນເຊື້ອມາແຕ່ດົນນານໃຫ້ນັບມື້ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ, ແຕກດອກອອກຜົນ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ…





