ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືໂຄງການພັດທະນາເມືອງທັນສະໄໜ ນະຄອນຫຼວງ 450 ປີ

Sep 10, 2024

ວັນທີ 6 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ກົມສິ່ງ ແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມ ຮ່ວມກັບ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ນະຄອນຫຼວງ, ເພື່ອປຶກສາແບບມີສ່ວນຮ່ວມຂັ້ນສູນກາງ ກ່ຽວ ກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ ແບບລະອຽດ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ, ໂຄງການ ພັດທະນາເມືອງທັນສະໄໜ ນະຄອນຫຼວງ 450 ປີ, ໂດຍການເປັນປະທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການ ພ້ອມທັງຮັບຟັງການກໍານົດບັນດາມາດຕະການຫຼຸດຜ່ອນ, ແກ້ໄຂຜົນກະທົບ ແລະ ຄວາມສ່ຽງດ້ານຕ່າງໆ.
ໂຄງການພັດທະນາເມືອງທັນສະໄໜ ນະຄອນຫຼວງ 450 ປີ ຢູ່ເຂດເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ເຊິ່ງມີມູນຄ່າການລົງທຶນຫຼາຍກວ່າ 150 ຕື້ກີບ ແລະ ນໍາໃຊ້ເນື້ອທີ່ທັງໝົດ 2,372 ເຮັກຕາ, ໃນນັ້ນກວມເອົາບ້ານປະຊາ ຊົນໃນພື້ນທີ່ໂຄງການ ຈໍານວນ 10 ບ້ານ.
ຈຸດປະສົງໂຄງການພັດທະນາເມືອງທັນສະໄໜ ນະຄອນຫຼວງ 450 ປີ ເພື່ອເປັນການດຶງດູດການຄ້າການລົງທຶນ ແລະ ການພັດ ທະນາເຂດພື້ນທີ່ເປົ່າຫວ່າງ ທີ່ເປັນປ່າໂຄກ, ນາເຮື້ອໃຫ້ເປັນເຂດທັນສະໄໜ ປະກອບມີ 9 ກິດຈະການພັດທະນາ ຄື:
1.) ເຂດການຄ້າ, ການລົງທຶນ-ການບໍລິການ,
2.) ເຂດອຸດສາຫະກໍາປຸ່ງແຕ່ງ,
3.) ເຂດກະສີກໍາແບບທັນສະໄໜ,
4.) ເຂດການສືກສາ ແລະ ໂຮງຮຽນວິຊາຊີບ,
5.) ເຂດສາທາລະນະສຸກ,
6.) ເຂດບ້ານຈັດສັນ ແລະ ທີ່ຢູ່ຜູ້ສູງອາຍຸ,
7.) ເຂດກິລາ ແລະ ເຂດທ່ອງທ່ຽວ,
8.) ເຂດບ້ານວັດທະນາທໍາ ທີ່ຕິດພັນກັບການທ່ອງທ່ຽວ,
9.) ເຂດພື້ນທີ່ສີຂຽວ.
ຂ່າວໂດຍ: ເຈ ລີຈັ້ງ