ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ຈັດຕັ້ງປະຕິບັດວຽກງານໂຄສະນາປຸກລະດົມ ຂະບວນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຊີວະນາໆພັນ, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ

Sep 10, 2024

ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ຈັດຕັ້ງປະຕິບັດວຽກງານໂຄສະນາປຸກລະດົມ ຂະບວນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຊີວະນາໆພັນ, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໃນວັນທີ 9 ກັນຍາ 2025 ທີ່ກົມປ່າໄມ້ ໂດຍມີທ່ານ ທ່ານ ຮສ ປອ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ແລະ ທ່ນ ສຸວັນວິໄລແສງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ບົດບັນທຶກ ວ່າດ້ວຍ ການຮ່ວມມື ຈັດຕັ້ງປະຕິບັດວຽກ ງານໂຄສະນາປຸກລະດົມ ຂະບວນການ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍ ປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າໄລຍະຜ່ານມາລັດຖະບານໄດ້ເອົາໃຈໃສ່ ຕໍ່ກັບວຽກງານການປົກ ປັກຮັກສາປ່າໄມ້ ໂດຍການກໍານົດນະໂຍບາຍ, ສ້າງ ແລະ ປັບປຸງນິຕິກໍາ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້ ແຕ່ກໍ່ຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນຫຼາຍຢ່າງ ເປັນຕົ້ນ ການບຸກລຸກຈັບຈອງພື້ນທີ່ດິນປ່າໄມ້, ການຖາງປ່າ-ຕັດໄມ້, ລ່າສັດປ່າ ແລະ ເກັບກູ້ຊັບພະຍາກອນແບບດັບສູນ ຊຶ່ງວຽກງານໂຄສະນາເຜີຍແຜ່ປູກຈິດສໍານຶກ ຖືເປັນວຽກງານໜຶ່ງທີ່ສໍາຄັນ ເພື່ອຊ່ວຍໃຫ້ກຸ່ມຄົນໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມທິດທາງໃນການຄຸ້ມຄອງປ່າສະຫງວນ ກໍ່ຄືທິດທາງຂອງພັກ-ລັດ ຊຶ່ງການທີ່ຈະອະນຸລັກຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງໄດ້ນັ້ນ, ຈະຕ້ອງໄດ້ມີການປຸກລະດົມໝົດທຸກຄົນ ໂດຍສະເພາະບັນດາພະນັກງານ ແລະ ປະຊາຊົນທີ່ອາໃສໃນຊຸມຊົນ ແລະ ໃກ້ຄຽງກັບເຂດປ່າໄມ້ ໃຫ້ເຂົາເຈົ້າມີການປ່ຽນ ແປງ, ເພີ່ມທັດສະນະຄະຕິ ແລະ ພຶດຕິກໍາທາງບວກ ຕໍ່ກັບການຄຸ້ມຄອງປ່າໄມ້.
ສະນັ້ນ ວິທະຍຸກະຈາຍສຽງ ຖືເປັນເຄື່ອງມືສື່ສານ ທີ່ມີຄວາມສໍາຄັນ ໃນການກະຈາຍຂໍ້ມູນເພື່ອການໂຄສະນາປູກຈິດສໍານຶກ ແລະ ປຸກລະດົມ ປະຊາຊົນບັນດາເຜົ່າ ກຸ່ມເປົ້າໝາຍ ຢູ່ເຂດຊົນນະບົດຫ່າງໄກສອກຫຼິກໄດ້ໂດຍກົງ ໂດຍຜ່ານການອອກອາກາດທາງສະຖານີ ແລະ ໂທລະໂຄ່ງຊຸມຊົນ ເພື່ອໃຫ້ເຂົາເຈົ້າເຂົ້າໃຈແຈ້ງ ກ່ຽວກັບແນວທາງ ນະໂຍບາຍຂອງພັກ ຕໍ່ວຽກງານການປົກປັກຮັກສາ ປ່າໄມ້ ໃຫ້ເປັນຂະບວນທີ່ກວ້າງຂວາງໃນຂອບ ເຂດທົ່ວປະເທດ ແລະ ເພື່ອເປັນການຈັດຕັ້ງ, ຜັນຂະຫຍາຍ ບັນ ດານິຕິກໍາ, ນະໂຍບາຍ ແລະ ຄໍາສັ່ງ ຂອງລັດຖະບານ ລົງສູ່ຊຸມຊົນ ໄດ້ດີ ໂດຍສະເພາະໃນຊ່ວງທີ່ ພວກເຮົາກໍາລັງຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 11/ນຍ.
ບົດບັນທຶກ ການຮ່ວມມືໃນຄັ້ງນີ້ໄດ້ກໍານົດ ກອບວຽກທີ່ສໍາຄັນຄື: 1). ຜະລິດລາຍການ ກ່ຽວກັບ “ການປົກປັກຮັກສາ ປ່າໄມ້ ແລະ ທີ່ດິນປ່າໄມ້” ອອກອາກາດທາງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ທາງວິທະຍຸທ້ອງຖິ່ນໃນບັນດາແຂວງຕ່າງໆ ແລະ ວິທະຍຸຊຸມຊົນ ຂອງເມືອງ, ພ້ອມທັງຖ່າຍທອດລາຍການດັ່ງກ່າວອອກຜ່ານທາງລະບົບໂທລະໂຄ່ງ ຂອງບ້ານເປົ້າໝາຍ, 2). ເຝິກອົບຮົມກ່ຽວກັບຄວາມຮູ້ພື້ນຖານໃນການຜະລິດລາຍການວິທະຍຸ, ຄວາມຮູ້ພື້ນຖານໃນການຂຽນບົດ, ຂຽນຂ່າວ ແລະ ຜະລິດລາຍການ ເພື່ອໂຄສະນາ, ເຜີຍແຜ່ຂໍ້ມູນ-ຂ່າວສານ, ປັບປຸງ ແລະ ຕິດຕັ້ງໂທລະໂຄ່ງ, ພ້ອມດ້ວຍລະບົບເຄື່ອງຮັບສັນຍານຜ່ານດາວທຽມ ໃຫ້ແກ່ບັນດາບ້ານເປົ້າໝາຍ ແລະ ຜະລິດສື່ໂຄສະນາຕ່າງໆ ເຊັ່ນ: ສາລະຄະດີສັ້ນ, Clip video ແລະ Spot ໂຄສະນາ ທີ່ມີຫຼາຍຫົວຂໍ້.
ໄລຍະເວລາໃນການຈັດຕັ້ງປະຕິບັດ ແມ່ນ 5 ປີ (2024-2029). ໂດຍຝ່າຍ ວິທະຍຸກະຈາຍສຽງຈະເປັນຜູ້ຝືກອົບຮົມໃຫ້ວິຊາການກ່ຽວກັບເຕັກນິກ ແລະ ວິທີການໃນການຜະລິດລາຍການ ແລະ ຂຽນຂ່າວ, ຝ່າຍກົມປ່າໄມ້ ເປັນຜູ້ສະໜອງຂໍ້ມູນຕ່າງໆ ແລະ ຈັດສັນແຫຼ່ງງົບປະມານ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ.