ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງນ້ຳທາ ເລັ່ງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢ່າງຮີບດ່ວນ

Sep 10, 2024

ສະພາບນໍ້າຖ້ວມຢູ່ແຂວງຫລວງນໍ້າທາ ເລີ່ມແຕ່ຕອນເຊົ້າ ວັນທີ 9 ກັນຍາ 2024 ມີທັງໝົດ 9 ຈຸດ ມາເຖິງເວລາ 10:00 ຂອງວັນທີ 10 ກັນຍາ 2024 ມີ 4 ຈຸດທີ່ນໍ້າເລີ່ມບົກແຫ້ງລົງ ຄື: ຈຸດບ້ານແຟນໃໝ່, ທົ່ງໄຈ້ເໜືອ, ທົ່ງໄຈ້ໃຕ້ ແລະ ບ້ານດອນສຳ ພັນ. ສ່ວນອີກ 5 ຈຸດຄື: ຈຸດບ້ານວຽງເໜືອ, ບ້ານວຽງໃຕ້, ບ້ານຫລວງ, ບ້ານຄອນ ແລະ ບ້ານດອນຄູນ ຍັງຢູ່ໃນລະດັບສູງ. ປັດຈຸບັນ ພວມຂຸ້ນຂ້ຽວລົງໄປຊີ້ນຳ ແລະ ຊ່ວຍເຫລືອແຕ່ລະຈຸດ ໂດຍໄດ້ນຳກຳລັງພົນ ແລະ ເຮືອກູ້ໄພຈຳນວນໜຶ່ງ ເຂົ້າຊ່ວຍ ເຫລືອ ເພື່ອຍົກຍ້າຍປະຊາຊົນອອກຈາກພື້ນທີ່ດັ່ງກ່າວ, ແຕ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ເທື່ອ.
ທ່ານ ຄຳເລົາ ແກ້ວລະກຳ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດ ແຂວງຫລວງນ້ຳທາ ໄດ້ໃຫ້ສຳພາໃນວັນທີ 10 ກັນຍາ 2024 ນີ້ວ່າ: ການຊ່ວຍເຫລືອເບື້ອງຕົ້ນ ປະຊາຊົນໄດ້ຮັບການ ຊ່ວຍເຫລືອ ໄປຢູ່ເຂດທີ່ມີຄວາມປອດໄພແລ້ວ ຢູ່ຕາມສູນທີ່ຈັດໄວ້ ແລະ ບາງພາກສ່ວນກໍໄປຢູ່ນຳພີ່ນ້ອງຕາມຄວາມສະໜັກໃຈ ແລະ ຈັດສົ່ງເຄື່ອງຊ່ວຍເຫລືອ ປະເພດສະບຽງອາຫານການກິນໃຫ້ເຂົາເຈົ້າຈົນເຖິງທີ່ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບສະບຽງອາຫານ ແຕ່ງຢູ່ຄົວກິນ ໃຫ້ຜູ້ປະສົບໄພ ຄຽງຄູ່ກັນນີ້ ກໍມີທັງແພດໝໍລົງໄປປະຈຳຢູ່ຕາມສູນຕ່າງ ເພື່ອຕິດຕາມກວດ ແລະ ປິ່ນປົວສຸຂະພາບ ໃຫ້ຜູ້ທີ່ປະສົບເຄາະຮ້າຍດັ່ງກ່າວ.
ດັ່ງນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນ, ບໍລິສັດ, ຫ້າງຮ້ານ ທັງພາຍໃນແຂວງ, ຕ່າງແຂວງ ແລະ ພາກສ່ວນອື່ນໆ ລວມທັງຕ່າງ ປະເທດທີ່ມີໃຈໃສສັດທາຢາກຊ່ວຍເຫລືອຜູ້ປະສົບໄພ ຈະເປັນວັດຖຸ ຫລື ເງິນສົດ ແລ້ວແຕ່ເງື່ອນໄຂ, ຊຶ່ງພວກເຮົາໄດ້ສົມທົບກັບຫ້ອງວ່າການປົກຄອງແຂວງ ເປີດສູນຮັບບໍລິຈາກເຄື່ອງຊ່ວຍເຫລືອ ຜູ້ປະສົບໄພ ຢູ່ສະໂມສອນໃຫຍ່ຂອງແຂວງ ແລະ ເປີດບັນຊີໄວ້ຢູ່ສອງທະນາຄານຄື: ທະນາຄານພັດທະນາລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.