ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການເດີນທາງ ລະຫວ່າງເມືອງໄຊ ຫາ ເມືອງປາກແບງຖືກຕັດຂາດ

Sep 10, 2024

ໃນວັນທີ 9 ກັນຍາ 2024 ນີ້ ສະຫາຍ ພັນເອກ ສາຍທອງ ປີຊາຈັນ ຫົວໜ້າການທະຫານກອງພົນທີ 3 ແລະ ການນໍາ ເມືອງຮຸນ ໄດ້ລົງເຄື່ອນໃຫວ ຊີ້ນໍາ ແລະ ໃຫ້ກໍາລັງໃຈ ອ້າຍນ້ອງທະຫານ ກອງພັນ 563 ທີ່ພວມປະຕິບັດໜ້າທີ ລໍາລຽງ ຂົນສົ່ງ ພໍ່ແມ່ປະຊາຊົນ ຂ້າມນໍ້າຢູ່ຈຸດຂົວບ້ານວັງລໍາ ທີ່ຖືກຜົນກະທົບ ນໍ້າຖວ້ມ ເນື່ອງຈາກຝົນຕົກໜັກເປັນເວລາຫຼາຍວັນ ເຮັດໃຫ້ການເດີນທາງລະຫວ່າງເມືອງໄຊ ຫາ ເມືອງປາກແບງຖືກຕັດຂາດ ກອງພົນທີ 3 ຈິ່ງໄດ້ນຳເອົາກຳລັງທະຫານ ຈຳນວນ 35 ສະຫາຍ ແລະ ເຮືອກູ້ໄພ ຈຳນວນ 2 ລຳເຂົ້າຊ່ວຍເຫຼືອ.
ຂ່າວ: ລີໂດ ດວງສະຫວັນ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ