ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນໍ້າຖ້ວມບາງບ້ານຂອງເມືອງບູນໃຕ້, ແຂວງຜົ້ງສາລີ

Sep 12, 2024

ເນື່ອງຈາກລົມພາຍຸ ຢາກິ ທີ່ພັດເຂົ້າພາກເໜືອປະເທດຫວຽດ ນາມແຕ່ວັນທີ 7 ກັນຍາ 2024 ເປັນຕົ້ນມາ ເຮັດໃຫ້ລົມພາຍຸດັ່ງກ່າວພັດຜ່ານພາກເໜືອລາວ ແລະ ເມືອງບູນໃຕ້ກໍ່ເກີດມີຝົນຕົກຕໍ່ເນື່ອງກັນເປັນເວລາຫຼາຍວັນ ນັບແຕ່ວັນທີ່ 8 ກັນຍາເປັນຕົ້ນມາ ນໍ້າລານ ແລະ ນໍ້າບູນ ມີລະດັບນໍ້າເພີ້ມຂື້ນຕໍ່ເນື່ອງ.
ມາຮອດເວລາປະມານ 24 ໂມງ ຂອງຄ່ຳຄືນວັນທີ 10 ກັນຍາ 2024 ນໍ້າສາຍດັ່ງກ່າວມີລະດັບຂື້ນສູງໄຫຼລົ້ນຝັງເຂົ້າຖ້ວມບ້ານ ເຮືອນປະຊາຊົນ,ເສັ້ນທາງ, ຕະຫຼາດ, ໂຮງຮຽນ, ສັດລ້ຽງ ແລະ ຜົນລະປູກ ໃນເຂດບ້ານ ບູນໃຕ້, ບ້ານໂພທອງ ແລະ ບ້ານນາຫວາຍ. ປະຊາຊົນເຂດດັ່ງກ່າວໄດ້ລະດົມສາມັກຄີກັນ ຍົກຍ້າຍເອົາຄົນ, ເຄື່ອງໃຊ້, ສັດລ້ຽງ ແລະ ພາຫະນະໄປໄວ້ບ່ອນສູງ.
ຂ່າວ: ສົມຄິດ