ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕິດຕາມຜົນສໍາເລັດວຽກງານນິເວດກະສິກໍາ ຢູ່ແຂວງຊຽງຂວາງ

Sep 12, 2024

ໂອກາດ ນໍາພາສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຄື່ອນໄຫວຢ້ຽມຢາມພາກສະໜາມກ່ຽວກັບການຈັດຕັ້ງປະຕິບັດວຽກງານສົ່ງເສີມລະບົບນິເວດກະສິກໍາຢູ່ແຂວງຊຽງຂວາງ ແຕ່ວັນທີ 9-13 ກັນຍາ 2024 ທ່ານ ນາງ ມະນີວັນ ອະລິຍະວົງ ຜູ້ຮັບຜິດຊອບກອງທຶນຂະໜາດນ້ອຍຂອງ ຫລື ALiSEA ໂຄງການ ASSET ໃຫ້ຮູ້ວ່າ: ເພື່ອຕິດຕາມການຈັດຕັ້ງປະຕິບັດທີ່ປະສົບຜົນສໍາເລັດໃນວຽກງານນິເວດກະສິກໍາ ຈາກພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ກັບຄູ່ຮ່ວມງານຂອງໂຄງການ ASSET ຢູ່ແຂວງຊຽງຂວາງ ເພື່ອເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ສື່ມວນຊົນ ເພື່ອຜະລິດສື່ສິ່ງພິມ ທີ່ເນັ້ນເຖິງຜົນປະໂຫຍດຂອງນິເວດກະສິກໍາ ຕໍ່ຊາວກະສິກອນ ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ ແລະ ເພື່ອສ້າງການເຊື່ອມຕໍ່ ແລະ ເພີ່ມທະວີການຮ່ວມມືລະຫວ່າງສື່ມວນຊົນ ແລະ ຜູ້ກ່ຽວຂ້ອງໃນຂະແໜງກະສິກໍາຢູ່ ສປປ ລາວ ໂດຍທິມງານໄດ້ພົບປະກັບການນໍາພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ເພື່ອຮັບຟັງສະພາບກ່ຽວກັບວຽກງານກະສິກໍາຢູ່ແຂວງດັ່ງກ່າວ ຢ້ຽມຊົມ ແລະ ຮັບຟັງກິດຈະກໍາການລ້ຽງເປັດໃນນາເຂົ້າ ເຊິ່ງແມ່ນກິດຈະກໍາປູກເຂົ້າອິນຊີຂອງປະຊາຊົນບ້ານຄາຍ ເມືອງແປກ, ການເຮັດສວນສາທິດເຕັກນິກນິເວດກະສິກໍາ ລະບົບການປູກກາເຟໃນສວນກ້ວຍເກົ່າຂອງປະຊາຊົນບ້ານຍອດເກື້ອ-ພູເມືອງ ການເຮັດສວນສາທິດເຕັກນິກນິເວດກະສິກໍາ ລະບົບການປູກກາເຟໃນສວນກ້ວຍໃໝ່ຂອງປະຊາຊົນບ້ານຊາຍນາດູ່ ເມືອງຄໍາ ເຕັກນິກນິເວດກະສິກໍາ ການປັບປຸງລະບົບປູກຊາ, ການລ້ຽງເຜິ້ງ ແລະ ກິດຈະກໍາອື່ນໆຂອງປະຊາຊົນບ້ານເປີບ ບ້ານໂພນ ແລະ ຢ້ຽມຊົມ ແລະ ຮັບຟັງເຕັກນິກນິເວດກະສິກໍາ ການປັບປຸງລະບົບການປູກຊາ ຂອງປະຊາຊົນບ້ານຍອດປ່ຽງ ແລະ ອື່ນໆ.
ທ່ານ ນາງ ມະນີວັນ ອະລິຍະວົງ ໃຫ້ຮູ້ອີກວ່າ: ໂຄງການປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄພຂອງອາຫານ (ASSET) ມີຈຸດປະສົງເພື່ອເຮັດໃຫ້ລະບົບອາຫານ ແລະ ກະສິກໍາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມີຄວາມຍືນຍົງ, ປອດໄພ ແລະ ມີລັກສະນະກວມລວມຫຼາຍກວ່າເກົ່າ ແຜນງານດັ່ງກ່າວ ຖືກຈັດຕັ້ງປະຕິບັດໂດຍອົງການ GRET ເຊິ່ງເປັນຜູ້ປະສານງານລວມ ແລະ ມີການປະສານສົມທົບຢ່າງເຂັ້ມແຂງກັບອົງການ CIRAD ທີ່ຮັບຜິດ ຊອບໃນການປະສານງານດ້ານວິທະຍາສາດ ທັງເປັນຄູ່ຮ່ວມງານກັບ 20 ກຸ່ມສະຖາບັນ ແລະ ອົງການຈັດຕັ້ງສາກົນ, ເອີຣົບ ແລະ 2 ອົງການຈັດຕັ້ງຂອງສະຫະປະຊາຊາດ ແລະ ຄູ່ຮ່ວມງານທີ່ສໍາຄັນ ຄື: ໜ່ວຍງານ “ຄູ່ຮ່ວມງານການຮຽນຮູ້ນິເວດກະສິກໍາໃນອາຊີຕາເວັນອອກສຽງໃຕ້.
ໂດຍ: ຕາລີເຊຍ