ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ອອກແຈ້ງເຖິງພໍ່ແມ່ປະຊາຊົນທຸກທ່ານ ວ່າ: ໄພພິບັດນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ໃນໄລຍະນີ້ ເຮັດໃຫ້ພວກເຮົາຮູ້ສຶກສະ ເທືອນໃຈຫຼາຍ. ເພື່ອເປັນການຮ່ວມແຮງຮ່ວມໃຈສະຫນັບສະຫນູນວຽກງານກູ້ໄພນ້ໍາຖ້ວມຢູ່ແຂວງຫຼວງນ້ໍາທາ, ຊ່ວຍເຫຼືອພໍ່ແມ່ປະຊາຊົນຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ໃຫ້ໄດ້ໂດຍໄວ, ພວກເຮົາທາງລົດໄພລາວ-ຈີນຈະໃຫ້ການຊ່ວຍເຫຼືອສຸດຄວາມສາມາດ ແລະ ເປີດຂະບວນການຊ່ວຍເຫຼືອດ້ານມະນຸດສະທໍາຢ່າງເລັ່ງດ່ວນ.
ສະນັ້ນ ນັບແຕ່ມື້ນີ້ເປັນຕົ້ນໄປ, ບັນດາຫົວຫນ່ວຍພາກລັດ,ວິສາຫະກິດ,ອົງກອນ ແລະ ບຸກຄົນທີ່ມີຄວາມຕ້ອງການຂົນສົ່ງເຄື່ອງບັນເທົາທຸກປະເພດຕ່າງໆໄປຍັງແຂວງຫຼວງນ້ໍາທາ, ລວມທັງອາຫານ,ນ້ຳດື່ມ,ຢາປົວພະຍາດ,ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ສຸກເສີນອື່ນໆ, ທາງລົດໄຟລາວ-ຈີນຂອງພວກເຮົາຈະໃຫ້ບຸລິມະສິດໃນການຂົນສົ່ງ ໂດຍບໍ່ຄິດຄ່າບໍລິການໃດໆ. ສ່ວນເຄື່ອງຊ່ວຍເຫຼືອບັນເທົາທຸກທັງໝົດ ແມ່ນສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງລັດຖະບານ ເປັນຜູ້ຮັບຜິດຊອບໃນການລວບລວມ ແລະ ຈັດແຈງ ເພື່ອປະສານກັບບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃນການຂົນສົ່ງ.
ໃນຂະນະດຽວກັນນັ້ນ, ພວກເຮົາກໍຈະສືບຕໍ່ເພີ່ມທະວີການກວດກາຄວາມປອດໄພຂອງແລວເສັ້ນທາງລົດໄຟຕື່ມອີກ ເພື່ອຮັບປະກັນຄວາມປອດໄພ ແລະ ຮອງຮັບການຂົນສົ່ງຜູ້ໂດຍສານໃນໄລຍະນ້ຳຖ້ວມນີ້.
ພວກເຮົາທາງລົດໄຟລາວ-ຈີນ ຂໍສົ່ງກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງປະຊາຊົນແຂວງຫຼວງນ້ຳທາ ຂໍໃຫ້ຜ່ານພົ້ນວິກິດຄັ້ງນີ້ໄປໄດ້ໂດຍໄວ ແລະ ຂໍໃຫ້ທຸກຄົນປອດໄພ





