ວັນທີ 10 ກັນຍາ 2024, ໄດ້ມີພິທີເຊັນສັນຍາສຳປະທານ (ຊີເອ) ຫຼື Concession Agreement (CA) ໂຄງການພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບອະນຸ ລັກ ດອນຄອນ ຢໍລະປາ (Don Khone Yorlapa), ມີເນື້ອທີ່ຈໍານວນ 41 ເຮັກຕາ 6.263 ຕາແມັດ, ຢູ່ບ້ານດອນຄອນ ເມືອງໂຂງ ແຂວງຈຳປາສັກ.ໄດ້ຈັດຂຶ້ນຢູ່ໂຮງແຮມເອຣາວັນ ຣີເວີຊາຍ ນະຄອນປາກເຊ .
ຮ່ວມລົງນາມໃນຄັ້ງນີ້ລະຫວ່າງ ທ່ານ ສຸກສະຫວັນ ວິໄລວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ຈຳກັດຜູ້ດຽວ, ທ່ານ ວັນນະໄຊ ຊາດຕະກຸນ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ຄໍາ ນີລາວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ບຸນເຮັງ ກົມປະເສີດ ຮອງເຈົ້າເມືອງໆໂຂງ. ຝ່າຍບໍສັດ ລົງນາມເປັນພະຍານມີ ທ່ານ ເບັນຈາມິນ ດາອູ ຜູ້ຈັດການບໍລິສັດ ແຟເຊັດພັດ ທະນາແຫຼ່ງທ່ອງ ທ່ຽວທຳມະຊາດ ຈຳກັດຜູ້ດຽວໂດຍມີ ທ່ານ ອະລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ່ພະຍານ
ການເຊັນສັນຍາສໍາປະທານ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງແຂວງຈຳປາສັກ ເລກທີ 957/ຈຂ.ຈສ, ລົງວັນທີ 21 ສິງຫາ 2024 ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າອົງການປົກຄອງແຂວງ ເຊັນສັນຍາສໍາປະທານ ໂຄງການພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບອະນຸລັກ ດອນຄອນ ຢໍລະປາ ກັບ ບໍລິສັດ ແຟເຊັດ ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ ຈຳ ກັດຜູ້ດຽວ. ໂຄງການພັດທະນາດັ່ງກ່າວ ມີໄລຍະສໍາປະທານ 50 ປີ. ຈຸດພິກັດ ແລະ ເນື້ອທີ່ສໍາປະທານ ຢູ່ບ້ານດອນຄອນ ເມືອງໂຂງ, ມີເນື້ອທີ່ທັງໝົດ 41 ເຮັກຕາ, 6.263 ຕາແມັດ, ມີ 3 ຈຸດ ຄື: ຈຸດທີ 1, ຂອບເຂດປ່າສະຫງວນ ພູດຳດວນ ເນື້ອທີ່ຈໍານວນ 21 ເຮັກຕາ, 929 ຕາແມັດ ສ້າງເປັນເສັ້ນທາງ ຜ່ານບ້ານ (ທາງເບຕົງ), ຂີ່ລົດຖີບ, ຂົວເທິງຕົ້ນໄມ້ ເປັນການອະນຸລັກທຳມະຊາດ, ປ່າໄມ້ ແລະ ກໍ່ສ້າງວັດ, ຕ້ອງໄດ້ປະຕິບັດຕາມກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມີຖຸນາ 2019. ຈຸດທີ 2, ຂອບເຂດດິນສະຫງວນຂອງລັດ, ເນື້ອທີ່ດິນ 3.508 ຕາແມັດ, ເຂດປຸກສ້າງທ່າກຳປັ່ນ, ອາຄານຕັ້ງຫົວລົດໄຟ, ການອະນຸລັກວັດທະນະທໍາ – ປະຫວັດ ສາດ, ຈຸດບໍລິການຈອດລົດ ແລະ ອາຄານ ຕ້ອນຮັບ. ຈຸດທີ 3, ດອນອີ່ເຮີະ, ເນື້ອທີ່ 20 ເຮັກຕາ, 1.826 ຕາແມັດ, ລົງທຶນໃນການພັດທະນາກໍ່ສ້າງ ຣີສອດ ຈໍານວນ 65 ຫລັງ, ຮ້ານອາຫານ,ອາຄານຕ້ອນຮັບ ແລະ ສິ່ງອໍານວຍຄວາມສະດວກໃນການທ່ອງ ທ່ຽວ. ສ່ວນຮູບແບບການລົງທຶນ ແມ່ນພາຍໃນ 100%, ທຶນທັງໝົດ ແລະ ທຶນຈົດທະບຽນ 5.610.840 ໂດລາສະຫາລັດ. ການຈັດຕັ້ງປະຕິບັດໂຄງການຈະເລີ່ມລົງມືນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.
ຂ່າວ-ພາບ: ທູນທອງໃຈ




