ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະມາຄົມສົ່ງເສີມຜະລິດຕະພັນລາວ ມອບເຂົ້າໜົມຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ຫລວງນໍ້າທາ

Sep 12, 2024

ໃນວັນທີ 10 ກັນຍາ 2024 ຜ່ານມາ, ທ່ານ ນາງ ລັດສະໝີ ເວດຊະພົງ ປະທານສະມາຄົມ ສົ່ງເສີມຜະລິດຕະພັນລາວ ຮ່ວມ ກັບໝູ່ເພື່ອນ ລະດົມທຶນຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໂດຍການສະໜັບສະໜູນ ຊື້ຜະລິດຕະພັນ ຂອງສະມະຊິກ ພາຍໃນສະມາຄົມສົ່ງເສີມຜລິດຕະພັນລາວ ປະ ກອບມີ ເຂົ້າໜົມຢູໂອະ ແລະ ກາໂຕະ ມູນຄ່າ 14 ລ້ານກວ່າກີບ ໄປມອບໃຫ້ໜ່ວຍງານຊ່ວຍເຫລືອຜູ້ປະສົບໄພພິບັດແຂວງຫລວງນໍ້າທາ ເພື່ອປະກອບສ່ວນບັນເທົາທຸກເບື້ອງຕົ້ນ ໃຫ້ພໍ່-ແມ່ປະຊາ ຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ແຂວງຫລວງນໍ້າທາ ເຊິ່ງຕາງໜ້າມອບໂດຍ ທ່ານ ນາງ ລັດສະໝີ ເວດຊະພົງ ປະທານສະມາຄົມສົ່ງເສີມຜະລິດຕະພັນລາວ ແລະ ຕາງໜ້າຮັບໂດຍກະ ຊວງປ້ອງກັນຄວາມສະງົບ, ໜ່ວຍງານຊ່ວຍເຫລືອຜູ້ປະສົບໄພ ພິບັດແຂວງຫລວງນໍ້າທາ.
ໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນຄວາມສະງົບ, ໜ່ວຍງານຊ່ວຍເຫລືອຜູ້ປະສົບໄພພິບັດ ໄດ້ສະແດງຄວາມຂອບໃຈ ຕໍ່ສະມາຄົມສົ່ງເສີມຜະລິດຕະພັນລາວ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາໜົມຢູໂອະ ແລະ ກາໂຕະ ມາປະກອບສ່ວນຊ່ວຍເຫລືອປະຊາ ຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້. ພ້ອມທັງ, ສະແດງຄວາມຢືນຍັນວ່າ ຈະນຳເອົາເຄື່ອງຊ່ວຍເຫລືອທີ່ໄດ້ຮັບໃນຄັ້ງນີ ໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງທົ່ວເຖິງ.