ການນຳແຂວງຫລວງນໍ້າທາ ແລະ ພາກສ່ວນຕ່າງໆ ໄດ້ເຂົ້າຊ່ວຍເຫລືອປະຊາຊົນທີ່ຕິດຄ້າງຢູ່ເຮືອນ ແລະ ສະຖານທີ່ຕ່າງໆ ທີ່ຖືກໄພນ້ຳຖ້ວມ ພາຍຫລັງທີ່ແຫລ່ງນ້ຳຫລາຍສາຍໄດ້ເພີ່ມລະດັບສູງຂຶ້ນ ແລະ ເຮັດໃຫ້ໄຫລຖ້ວມບ້ານເຮືອນ, ຮົ້ວສວນ ເຂດທຳການຜະລິດ ແລະ ພາຫະນະຂອງປະຊາຊົນ ລວມທັງໝົດ 27 ບ້ານ ພາຍໃນເມືອງຫລວງນ້ຳທາ ໃນນັ້ນໜັກກວ່າໝູ່ມີ 10 ກວ່າບ້ານຄື: ບ້ານຫລວງ, ບ້ານຂອນ, ດອນຄູນ, ທ່າອໍ້, ບ້ານໃໝ່, ບ້ານປຸ່ງ, ປ່າສັກ, ທົ່ງອົ້ມ, ຫົວຂົວ, ວຽງເໜືອ, ວຽງໃຕ້, ທົ່ງໄຈ້ເໜືອ, ທົ່ງໄຈ້ໃຕ້, ປ່າປົວະ, ສະໜາມບິນ, ໂຮງຮຽນ, ໂຮງໝໍ, ຕະຫລາດ ແລະ ສໍານັກງານອົງການ, ເຮັດໃຫ້ປະຊາຊົນຈຳນວນໜຶ່ງ ຍັງຕິດຢູ່ຕາມເຮືອນ ບໍ່ສາມາດອອກມາໄດ້ ລໍຖ້າການຊ່ວຍເຫລືອ, ຊຶ່ງທາງເຈົ້າໜ້າທີ່ ແລະ ອາສາສະໝັກ ຈາກພາກສ່ວນຕ່າງໆ ໄດ້ເອົາໃຈໃສ່ລະດົມທຸກກຳລັງ ເພື່ອເຂົ້າຊ່ວຍເຫລືອທັງເວັນ ແລະ ຄືນ.
ໂອກາດນີ້, ການນໍາແຂວງ ກໍໄດ້ໃຫ້ກໍາລັງໃຈ ມາຍັງຊາວແຂວງຫລວງນ້ຳທາ ທີ່ປະສົບໄພນ້ຳຖ້ວມໃນຄັ້ງນີ້ ຈົ່ງພ້ອມກັນສູ້ ເພື່ອຜ່ານວິກິດນີ້ໄປໃຫ້ໄດ້.
ຂ່າວ: ມຸນຕີ





