ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເງິນ 100 ລ້ານກີບເຂົ້າກອງທຶນໄພພິບັດແຂວງຫຼວງພະບາງ

Sep 12, 2024

ທ່ານນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານສະ ຫວັດດີການແລະສັງຄົມ(ຮສສ) ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ ແຂວງຫລວງພະບາງ ເມື່ອບໍ່ດົນມານີ້, ໂດຍໄດ້ພົບປະເຮັດວຽກຮ່ວມກັບທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫລວງພະບາງເພື່ອແຈ້ງຈຸດປະສົງ ໃນການເຄື່ອນໄຫວ ພ້ອມທັງສະເໜີໃຫ້ແຂວງຊຸກຍູ້ວຽກງານຕ່າງໆຂອງພະແນກຮສສແຂວງໃຫ້ຫລາຍຕື່ມ ເປັນຕົ້ນການກະກຽມກອງປະຊຸມໃຫ່ຍ ສາມຂັ້ນ, ການສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ, ວຽກງານການຂຶ້ນທະບຽນແຮງງານ, ການຄຸ້ມຄອງແຮງງານທັງພາຍໃນ ແລະຕ່າງປະເທດ ໃຫ້ເຂົ້າໃນລະບົບແບບທັນສະໄໝສາມາດກວດສອບໄດ້, ການຮັບມືກັບໄພພິບັດສຸກເສີນ ແລະໂດຍສະເພາະ ຊຸກຍູ້ວຽກງານພັດທະ ນາສີມືແຮງງານຈັດຫາງານຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຕອບສະໜອງຕາມຫົວໜວ່ຍທຸລະກິດໃຫ້ພຽງພໍ ຢ່າງມີປະສິດ ທິພາບ ຖືກຕ້ອງຕາມລະບຽບການກົດໝາຍ ມີລາຍຮັບສົມ ເຫດສົມຜົນ ແລະ ຊຸກຍູ້ວຽກປະກັນສັງຄົມໃຫ້ເຂົ້າເຖິງສິດ ແລະ ຜົນປະໂຫຍດສູງສຸດ.
ພ້ອມດຽວກັນນີ້, ທ່ານລັດຖະມົນຕີກະຊວງຮສສຍັງໄດ້ນຳເອົາເງິນສົດ 100ລ້ານກີບ ມອບເຂົ້າກອງທຶນໄພພິບັດຂັ້ນແຂວງເພື່ອນໍາໃຊ້ເຂົ້າໃນວຽກງານ ຕ້ານໄພພິບັດທາງທໍາມະຊາດ ທີ່ເກີດຂຶ້ນຢູ່ 4 ເມືອງຂອງແຂວງໄລຍະຜ່ານມາຄືວຽຄໍາ,ໂພນໄຊ,ປາກແຊງ ແລະໂພນທອງ.
ຂ່າວ: ມີເດຍລາວ
May be an image of 10 people and text