ວັນທີ 7 ກັນຍາ 2024 ທ່ານ ຕ້ອຍ ພົນທິລາດ ຮອງປະ ທານອົງການກວດສອບແຫ່ງລັດ ໄດ້ນໍາພາ ທ່ານ ມ່າ ເຫວີນຮຸ່ຍ ຮອງປະທານສຳນັກງານກວດສອບແຫ່ງຊາດ ຂອງ ສປ ຈີນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ວຽກງານກວດສອບ ຢູ່ແຂວງຫຼວງພະບາງ, ໂດຍມີທ່ານ ສາລະວັນ ອິນທະວົງ ຮັກສາການປະທານອົງການກວດສອບປະຈຳພາກເໜືອ 1 ພ້ອມດ້ວຍຄະນະ ແລະພະນັກ ງານ ເຂົ້າຮ່ວມຕ້ອນຮັບທີ່ສະຖານີ ລົດໄຟລາວ-ຈີນ ນະຄອນ ຫຼວງພະບາງ.
ຈາກນັ້ນ ທີ່ຫ້ອງປະຊຸມ ອົງການກວດສອບປະຈໍາພາກເໜືອ 1 ແຂວງຫຼວງພະບາງ ທ່ານ ສາລະວັນ ອິນທະວົງ ຮັກສາການປະທານອົງການກວດສອບປະຈຳພາກເໜືອ 1 ໄດ້ສະແດງຄວາມຕ້ອນຮັບ ຄະນະຜູ້ແທນການນໍາຂັ້ນສູງ ຈາກສຳນັກງານກວດ ສອບແຫ່ງຊາດ ສປ ຈີນ ທີ່ໄດ້ມາຢ້ຽມຢາມ ອົງການກວດສອບປະຈຳພາກເໜືອ 1 ແຂວງຫຼວງພະບາງ ພ້ອມທັງຕີລາຄາສູງ ຕໍ່ການມາຢ້ຽມຢາມຄັ້ງນີ້ ເປັນການເສີມສ້າງສາຍພົວພັນ ແລະ ການຮ່ວມມື ລາວຈີນ-ຈີນລາວ, ເຊິ່ງເປັນຄູ່ຮ່ວມສະຕາກຳ, ເພື່ອນຮ່ວມຍຸດທະສາດຮອບດ້ານ ພາຍໃຕ້ການນໍາພາຂອງພັກ-ລັດ ຂອງສອງປະເທດ, ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ກ້າວໜ້າ ແລະ ທັນສະໄໝ, ເວົ້າລວມ ເວົ້າສະເພາະແມ່ນ ສຳນັກງານກວດສອບແຫ່ງຊາດ ສປ ຈີນ ແລະ ອົງການກວດສອບປະຈໍາພາກເໜືອ1 ແຂວງຫຼວງພະບາງ ໃນຄັ້ງນີ້ແມ່ນ ເປັນຄັ້ງປະຫວັດສາດ ຊື່ງໃນໄລຍະຜ່ານມາທາງສຳນັກງານສອບແຫ່ງຊາດ ສປ ຈີນ ກໍ່ໄດ້ໃຫ້ການຊ່ວຍເຫຼືອສະໝັບສະໝູນ ໃນການກໍ່ສ້າງພັດທະນາບຸກຄະລາກອນ ນັກກວດສອບແຫ່ງລັດ ຂອງ ສປປ ລາວ. ໃນນີ້ມີທັງອົງການກວດສອບປະຈຳພາກເໜືອ 1 ແຂວງຫຼວງພະບາງ. ພ້ອມດຽວກັນນີ້ ທ່ານ ສາລະວັນ ອິນທະວົງ ກໍໄດ້ຍົກໃຫ້ເຫັນ ສະພາບການເຄື່ອນໄຫວວຽກງານກວດ ສອບ ໃນໄລຍະຜ່ານມາຮອດປະຈຸບັນ ໂດຍຫຍໍ້ ຕໍ່ຄະນະ ຜູ້ແທນສໍານັກງານອົງການກວດສອບ ສປ ຈີນ ຮັບຊາບຕື່ມອີກ.
ຈາກນັ້ນ ທ່ານ ມ່າ ເຫວີນຮຸ່ຍ ຮອງປະທານສໍານັກງານກວດສອບແຫ່ງຊາດ ຂອງ ສປ ຈີນ ກໍໄດ້ກ່າວສະແດງ ຄວາມຂອບໃຈ ຕໍ່ການຕ້ອນຮັບ ຂອງ ຄະນະນໍາ ອົງການກວດສອບປະຈໍາພາກເໜືອ 1 ຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງກັນ ລະຫວ່າງສອງພັກ-ສອງລັດ ແລະ ສອງ ອົງການ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂື້ນເລື້ອຍໆ.
ພ້ອມນີ້ ທ່ານກໍໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານ ຂອງສໍານັກງານກວດສອບ ສປ ຈີນ ໃຫ້ຊາບຕື່ມອີກ. ການມາຢ້ຽມຢາມ ຄັ້ງນີ້ ເປັນການແລກປ່ຽນບົດຮຽນ ລະຫວ່າງສອງ ອົງການກວດສອບ ເພື່ອເປັນການຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ, ທັງເປັນການຮັດແໜ້ນ ແລະ ເສີມສ້າງສາຍພົວພັນ ຮ່ວມມື ຂອງອົງການກວດສອບ ສປ ຈີນ ແລະ ສປປ ລາວ ກໍຄືອົງການກວດສອບປະຈໍາພາກເໜືອ 1 ແຂວງຫຼວງພະບາງ ກັບສໍານັກງານ ອົງການກວດສອບ ສປ ຈີນ ໃຫ້ເລິກເຊິ່ງຂື້ນໄປອີກດ້ວຍ.
ຂ່າວ: ເພັດສາຄອນ; ຂໍ້ມູນ: ຫຼ້າວຽງ ອົງການກວດສອບປະຈໍາພາກເໜືອ 1






