ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍການຫັນຫົວໜ່ວຍວິ ຊາການເປັນເຈົ້າຕົນເອງ ແລະ ດຳລັດວ່າດ້ວຍພາລະກອນ ຈັດຂຶ້ນວັນທີ 12 ກັນຍາ 2024 ທີ່ຫ້ອງວ່າການປົກຄອງນະຄອນຫຼວງ ວຽງຈັນ ຮ່ວມເປັນປະທານຂອງ ທ່ານ ປອ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ມີຫົວໜ້າພະແນກການ ອົງການທຽບເທົ່າ ເຈົ້າເມືອງ ຂະແໜງການ ຫ້ອງການພາຍໃນເມືອງ ການເງິນເມືອງ ແລະ ວິຊາການເຂົ້າຮ່ວມ.
ທ່ານ ປອ ວິໄລວົງ ບຸດດາຄຳ ກ່າວວ່າ: ເພື່ອປັບປຸງການຄຸ້ມ ຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ ເປັນຕົ້ນ ແມ່ນມະຕິວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ- ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ມະຕິວ່າດ້ວຍການຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ແລະ ມະຕິວ່າດ້ວຍການສ້າງເສດຖະກິດ ເອ ກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ພ້ອມກັນນັ້ນ ສະ ພາແຫ່ງຊາດກໍໄດ້ອອກມະຕິວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຫຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງ ວຽກງານຈຸດສຸມໜຶ່ງໃນນັ້ນ ແມ່ນການປັບປຸງກົງຈັກການຈັດຕັ້ງລັດໃຫ້ກະທັດຮັດ ສ້າງຄວາມເຂັ້ມ ແຂງໃຫ້ຫົວໜ່ວຍວິຊາການຂອງລັດ ໃຫ້ສາມາດເຄື່ອນໄຫວວຽກ ງານວິຊາສະເພາະຂອງຕົນຢ່າງມີປະສິດທິພາບ ຄົ້ນຄວ້າກົນໄກ ເພື່ອຫັນຫົວໜ່ວຍວິຊາ ການອອກຈາກການຄຸ້ມຄອງບໍລິຫານເກື້ອກູນຂອງລັດ ໄປສູ່ການຄຸ້ມຄອງເປັນເຈົ້າຕົນເອງ ກ້າວໄປເຖິງໃຫ້ສາມາດກຸ້ມຕົນເອງທາງດ້ານງົບປະມານ ເພື່ອຫຼຸດຜ່ອນການແບກ ຫາບຂອງລັດຖະບານທາງດ້ານງົບປະມານ ໂດຍສະເພາະແມ່ນລາຍຈ່າຍງົບປະມານ ທີ່ນໍາໃຊ້ເຂົ້າໃນການ ເຄື່ອນ ໄຫວວຽກ ງານທີ່ບໍ່ມີປະສິດທິພາບ-ບໍ່ມີປະສິດທິດຜົນ ແລະ ການຫັນປ່ຽນລັດຖະກອນຂອງຫົວໜ່ວຍວິຊາການເປັນພາລະກອນ ຫຼື ຮູບການອື່ນ ເພື່ອຫຼຸດຈໍານວນພະນັກ ງານ-ລັດຖະກອນຈາກ 2,4% ໃຫ້ເຫຼືອ 1,8% ຂອງຈໍານວນພົນລະເມືອງ ຈຶ່ງຈະສາມາດຫຼຸດຜ່ອນການແບກຫາບຂອງລັດຖະບານທາງດ້ານງົບ ປະມານລາຍຈ່າຍບໍລິຫານ ແລະ ເງິນເດືອນຂອງພະນັງານ-ລັດຖະກອນລົງໄດ້ ເຊິ່ງໃນໄລຍະຜ່ານມາ ລັດຖະບານກໍຄືກະຊວງການເງິນ ໄດ້ເຮັດທົດລອງຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງດ້ານງົບປະມານຈໍານວນ 5 ຫົວໜ່ວຍຂອງສອງກະຊວງຄື: ກະ ຊວງສຶກສາທິການ ແລະ ກີລາ 2 ຫົວໜ່ວຍ ແລະ ກະຊວງ ສາທາ ລະນະສຸກ 3 ຫົວໜ່ວຍ ແລະ ໃນປັດຈຸບັນ ຄະນະຮັບຜິດຊອບກໍາລັງດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີເນື້ອ ໃນທີ່ສໍາຄັນຂອງດໍາລັດ ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດຳລັດວ່າດ້ວຍພາລະກອນຈາກຄະນະວິຊາ ການ ເຊິ່ງການ ເຜີຍແຜ່ໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ.
ທີ່ມາ: ວຽງຈັນໃໝ່





