ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 11 ກັນຍາ ຜ່ານມາ, ທ່ານ ກາວ ເຕືອງ ຮຸຍ, ປະທານຄະນະກຳມະການປະຊາຊົນ ແຂວງກວາງນິງ, ສສຫວຽດນາມ ໄດ້ເປັນປະທານການພົບປະກັບບັນດາສະຖາບັນການເງິນ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການໜູນຊ່ວຍດ້ານສິນເຊື່ອໃຫ້ແກ່ລູກຄ້າທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸເລກ 3 (ຢາກິ).
ທ່ານ ກາວ ເຕືອງ ຮຸຍ ເນັ້ນໜັກວ່າ: ບັນດາອົງການສິນເຊື່ອ, ທະນາຄານ ຂອງແຂວງຕ້ອງປະຕິບັດບັນດານະໂຍບາຍທີ່ມີຢູ່ຢ່າງຄ່ອງຕົວ, ມີນະໂຍບາຍບໍ່ເຄັ່ງຄັດເກີນໄປຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸ, ພ້ອມກັນນັ້ນຕ້ອງຜັນຂະຫຍາຍບັນດານະໂຍບາຍສະເພາະຂອງອຳນາດການປົກຄອງ ໂດຍຖືວ່າພາຍຸເບີ 3 ແມ່ນໄພພິບັດ, ໃນນັ້ນຕ້ອງສຸມໃສ່ບັນດາເນື້ອໃນຄື: ການປັບໂຄງສ້າງໄລຍະເວລາກູ້ຢືມ, ການຮັກສາກຸ່ມໜີ້ສິນໃນປັດຈຸບັນ; ພິຈາລະນາການຍົກເວັ້ນ ຫຼື ຫຼຸດສິນເຊື່ອຍັງຄົງເຫຼືອ; ສືບຕໍ່ສະໜອງເງິນກູ້ໃໝ່ໃຫ້ແກ່ລູກຄ້າ, ລວມທັງຜູ້ທີ່ມີ ຫຼື ບໍ່ມີຫຼັກຊັບຄໍ້າປະກັນ; ຄົ້ນຄວ້າແກ້ໄຂການຊຳລະໜີ້ສິນ ແລະ ຈັດການຄວາມສ່ຽງຕາມລະບຽບ.
ຂະແໜງກະສິກຳ ແລະ ທະນາຄານແຫ່ງລັດ ສາຂາແຂວງກວາງນິງ, ພະແນກການ, ສາຂາທີ່ກ່ຽວຂ້ອງ ສະເໜີໃຫ້ແຂວງອອກເອກະສານແນະນຳປະຊາຊົນ ປະຕິບັດຂັ້ນຕອນການເລື່ອນ, ກຳນົດເວລາ, ຜ່ອນໜີ້ສິນ ແລະ ປ່ອຍເງິນກູ້ໃໝ່. ແຂວງກວາງນິງ ແມ່ນມີນະໂຍບາຍເພື່ອໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸເລກ 3 ໃນທຸກຂົງເຂດ.



