ວັນທີ 12 ກັນຍາ 2024 ນີ້ ທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງຕິດຕາມສະພາບລະດັບນ້ຳຂອງຢູ່ເຂດບ້ານປາກຮຸ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເພື່ອເປັນການເຝົ້າລະວັງ-ປ້ອງກັນບໍ່ໃຫ້ມີຜົນເສຍຫາຍເປັນວົງກວ້າງ ເນື່ອງຈາກປະລິມານນ້ຳຂອງໃນຕອນເໜືອຍັງມີທ່າອ່ຽງເພີ່ມຂຶ້ນສູງ ສາເຫດເນື່ອງຈາກທາງພາກເໜືອ ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ແລະ ເຂື່ອນຕ່າງໆໄດ້ລະບາຍນ້ຳອອກ ເຮັດໃຫ້ນໍ້າຖ້ວມຢູ່ຫລາຍແຂວງ.
ສໍາລັບເມືອງໄຊຍະບູລີ ມີບ້ານປາກຮຸ່ງ ແລະ ບ້ານຫ້ວຍຂົວຫລວງ ໄດ້ຮັບຜົນກະທົບນ້ຳຖ້ວມເຮືອນຂອງປະຊາຊົນ ທີ່ຢູ່ພື້ນທີ່ຕ່ຳ ລຽບຕາມແຄມສາຍນ້ຳຕ່າງໆ, ຊຶ່ງປັດຈຸບັນທາງຄະນະກຳມະການໄພພິບັດຂັ້ນເມືອງ ໄດ້ນໍາກໍາລັງທະຫານແຂວງ ສົມ ທົບກັບອົງການປົກຄອງບ້ານ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບເພື່ອເກັບມ້ຽນເຄື່ອງຂອງຕ່າງໆ ແລະ ສັດລ້ຽງໄປໄວ້ໃນທີ່ສູງ ສໍາລັບຜົນເສຍຫາຍແມ່ນຈະແຈ້ງໃຫ້ຊາບໃນພາຍຫລັງ.
ໂອກາດນີ້, ທ່ານ ຮອງເຈົ້າເມືອງ ໄດ້ຊີ້ນໍາໃຫ້ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານປາກຮຸ່ງ ຈົ່ງມີສະຕິ, ລະມັດລະ ວັງ, ຕິດຕາມຂ່າວສານກ່ຽວກັບສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ພ້ອມທັງລາຍ ງານໃຫ້ຂັ້ນເທິງຮັບຊາບເປັນແຕ່ລະໄລຍະ. ໃນໂອກາດດຽວກັນນີ້, ທ່ານ ນາງ ພິລາວັນ ອົງແກ້ວ ຍັງໄດ້ນຳເອົາເຄື່ອງບໍລິໂພກ ເປັນ ຕົ້ນ ນໍ້າດຶ່ມ, ໝີ່ ແລະ ປ໋ອງປາ ມອບໃຫ້ອ້າຍນ້ອງທະຫານ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຕື່ມອີກ.
ຂ່າວ: ສົມພົງ ສີສະຫວັດ, ພາບ: ໄຊຍະສອນ ຄໍາຕາ






