ວັນທີ 12 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ນາງ ແຣັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ເພື່ອມອບ-ຮັບພາຫະນະຮັບໃຊ້ເຂົ້າໃນວຽກງານຂອງອົງການໄອຍະການປະຊາຊົນ ແລະ ທັງເປັນການປະກອບສ່ວນໃນການກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ ທີ່ຈະມາເຖິງນີ້.
ໃນໂອກາດດັ່ງກ່າວ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຂອບໃຈອັນລໍ້າຄ່າຕໍ່ການຊ່ວຍເຫຼືອໃນຄັ້ງນີ້ຂອງສະຖານທູດ ສ ອາເມລິກາ ປະຈໍາ ສປປ ລາວ ໃນການ ຊ່ວຍເຫຼືອຄັ້ງນີ້ປະກອບມີ: ລົດໃຫຍ່ TOYOTA FORTUNER ຈໍານວນ 2 ຄັນ, ລົດຈັກ WAVE 125 ຈໍານວນ 22 ຄັນ ລວມມູນຄ່າ 3.200.000.000 ກີບ ໃຫ້ແກ່ອົງການໄອຍະການປະຊາ ຊົນສູງສຸດ.
ພ້ອມກັນນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ໃນໄລຍະຜ່ານ ມາ ໂດຍສະເພາະ ການຮ່ວມມື ລະຫວ່າງ ອົງການໄອຍະການປະຊາ ຊົນ ແຫ່ງ ສປປ ລາວ ແລະ ສະຖານທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫຼືອໃນການສ້າງຄວາມເຂັ້ມ ແຂງທາງດ້ານວິຊາການ ໂດຍຜ່ານການຝຶກອົບຮົມຍົກລະ ດັບໃນຫົວຂໍ້ຕ່າງໆເຊັ່ນ: ອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ, ຟອກເງິນ, ຢາເສບຕິດ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ສະໜອງອຸປະກອນເຄື່ອງໃຊ້ຫ້ອງການ ໃຫ້ແກ່ອົງການໄອຍະການປະຊາຊົນ ຂອງ ສປປ ລາວ ເປັນຢ່າງດີ ອັນໄດ້ປະກອບສ່ວນ ເຮັດໃຫ້ວຽກ ງານໄອຍະການປະຊາຊົນ ຂອງ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະ ການໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະ ເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີນິຕິທໍາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງບໍ່ຢຸດຢັ້ງ.
ຂ່າວ:ສຸກ ອອປສ




