ທ່ານ ຄໍາເຫລັກ ໃຈອິສານ ຮອງເຈົ້າແຂວງໆຜົ້ງສາລີ, ປະທານ ຄະນະກໍາມະການຄຸ້ມຄອງໄພພີບັດ ຂັ້ນແຂວງ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ ຊ່ວຍເຫລືອຜູ້ປະສົບໄພພິບັດເບື້ອງຕົ້ນ ຢູ່ເມືອງບຸນໃຕ້ ໃນວັນທີ 12 ກັນຍາ 2024
ທ່ານ ອ່ອນຄຳ ອິນແສງ ເຈົ້າເມືອງໆບຸນໃຕ້ ໄດ້ລາຍງານວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍວັນເປັນບໍລິເວນກວ້າງໃນຂອບເຂດທົ່ວແຂວງ ໂດຍສະເພາະ ເມືອງບຸນໃຕ້ ໄດ້ເຮັດໃຫ້ສາຍນໍ້າຫລາຍສາຍ ເປັນຕົ້ນ ນໍ້າລານ ແລະ ນໍ້າແຫງ້ນ ທີ່ໄຫລຜ່ານເທສະບານເມືອງບຸນໃຕ້ ມີລະດັບນໍ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ ເວລາປະມານ 2-6 ໂມງເຊົ້າ ຂອງຂອງວັນທີ 11 ກັນຍາ 2024 ຈຶ່ງເຮັດໃຫ້ນໍ້າສາຍດັ່ງກ່າວມີລະດັບຂຶ້ນສູງໄຫລລົ້ນຝັງເຂົ້າຖ້ວມບ້ານເຮືອນປະຊາຊົນ, ເສັ້ນທາງ, ຕະຫລາດ, ໂຮງຮຽນ, ສັດລ້ຽງ ແລະ ຜົນລະປູກ ໃນເຂດບ້ານ ບູນໃຕ້ ໄດ້ຮັບຄວາມເສຍຫາຍຢ່າງຫລວງຫລາຍ.
ຕໍ່ກັບສະພາບດັ່ງກ່າວ ທາງການນຳເມືອງ ກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ລະດົມສຸມທຸກກຳລັງແຮງພ້ອມກັນສາມັກຄີ ເຂົ້າຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບ, ຊຶ່ງໄດ້ຍົກຍ້າຍເອົາຄົນ, ເຄື່ອງໃຊ້ຕ່າງໆ, ສັດລ້ຽງ ແລະ ພາຫະນະໄປໄວ້ບ່ອນສູງທີ່ມີຄວາມປອດໄພ. ສຳລັບຜົນເສຍຫາຍຈາກການເກັບກຳຂໍ້ມູນເບື້ອງຕົ້ນຂອງຄະນະຮັບຜິດຊອບຂັ້ນເມືອງ ດ້ານພື້ນຖານໂຄງລ່າງ ເສັ້ນທາງຫລວງແຫ່ງຊາດ 1B ແຕ່ບ້ານຈຸລາວແສນໃໝ່ ຫາບ້ານອາຢາແມ່ນມີດິນເຈື່ອນຖົມທາງ ກຳລັງແກ້ໄຂ; ຈຸດເຂດທາງເຂົ້າບ້ານຫ້ວຍຄ່ອງມີດິນເຈື່ອນຖົມທາງ ໄດ້ແກ້ໄຂແລ້ວ; ເສັ້ນທາງແຕ່ບ້ານນາຫວາຍຫາບ້ານນາມາກ ແມ່ນທາງແຕກເປັນບາງຈຸດ ລົດໃຫຍ່ບໍ່ສາມາດໄປມາໄດ້; ເສັ້ນທາງແຕ່ບ້ານນາແຕ່ນຫາບ້ານສະໂນນໍ້າລານ ມີດິນເຈື່ອນຖົມເປັນຈຸດໆ ຊຶ່ງແຕ່ລະບ້ານບໍ່ສາມາດໄປ-ມາຫາກັນໄດ້. ພ້ອມນີ້, ລະບົບໄຟຟ້າ ຢູ່ເຂດບ້ານຈຸລາວແສນໃໝ່ເສົາໄຟຟ້າຫັກ 2 ເສົາ ໄດ້ສ້ອມແປງປ່ຽນແທນແລ້ວ, ເສົາໄຟຟ້າຢູ່ເຂດກຸ່ມນາແຕ່ນ ຫັກ ບໍ່ມີໄຟຟ້າໃຊ້ເຮັດໃຫ້ການສື່ສານຢູ່ເຂດກຸ່ມດັ່ງກ່າວມີຄວາມຫຍຸ້ງຍາກບາງບ້ານແມ່ນບໍ່ມີສັນຍານ, ບໍ່ມີໄຟຟ້າບໍ່ສາມາດຕິດຕໍ່ຫາກັນໄດ້. ເນື່ອງຈາກຝົນຕົກຫລາຍ ປະຊາຊົນຢູ່ສະໂນນໍ້າລານ ເກີດອຸປະຕິເຫດ ມີເສົາໄຟຟ້າ 2 ຕົ້ນລົ້ມ ຕົ້ນໜຶ່ງທັບເດັກນ້ອຍເພດຍິງອາຍຸປະມານ 12 ປີ ເຮັດໃຫ້ຂາທັງສອງເບື້ອງຫັກ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.
ສຳລັບບ້ານທີ່ໄດ້ຮັບຜົນກະທົບໃນເຫດການຄັ້ງນີ້ມີ: ບ້ານລ້ອງນາຍເກົ່າ, ບ້ານນາມາກ, ບ້ານນາຫວາຍ, ບ້ານໂນນບຸນກາງ, ບ້ານໂນນພູເມືອງ, ບ້ານໂພທອງ ແລະ ບ້ານບຸນໃຕ້ ຖືກຜົນກະທົບນໍ້າຖ້ວມບ້ານເປັນບາງຈຸດ ໂດຍສະເພາະ ພື້ນທີ່ນາ, ເຮືອນຊານຢູ່ເຂດພື້ນທີ່ຕ່ຳ. ສຳລັບເນື້ອທີ່ນາ, ໜອງປາ ແລະ ບ້ານທີ່ຖືກຜົນກະທົບໜັກ ແລະ ຮ້າຍແຮງກວ່າໝູ່ແມ່ນ ເຂດບ້ານໂພທອງ ແລະ ບ້ານບຸນໃຕ້. ນອກຈາກນໍ້າຖ້ວມຂັງເຮືອນແລ້ວຍັງມີຕະຫລາດກະສິກຳ ລວມທັງໝົດ 55 ຮ້ານ ແລະ ໂຮງຮຽນປະຖົມໂພທອງເສຍຫາຍໜັກ ຖືກນໍ້າໄຫລຊຸເຄື່ອງເສຍຫາຍເປັນຈໍານວນຫລວງຫລາຍ. ສ່ວນຜົນເສຍຫາຍທັງໝົດທີ່ຖືກໄພພິບັດຄັ້ງນີ້ ພາກສ່ວນທີ່ກ່ຽວຂ້ອງພວມເລັ່ງເກັບກຳຂໍ້ມູນ ເຊິ່ງບໍ່ສາມາດປະເມີນມູນຄ່າເສຍຫາຍໄດ້ທັງໝົດເທື່ອ.
ຕໍ່ກັບເຫດການດັ່ງກ່າວ, ທາງການນຳແຂວງກໍຄືຄະນະກໍາມະ ການຄຸ້ມຄອງໄພພີບັດ ຂັ້ນແຂວງ ໄດ້ເນັ້ນໃຫ້ອົງການປົກຄອງເມືອງເລັ່ງຊ່ວຍເຫລືອຜູ້ທີ່ຖືກຜົນກະທົບໃນຄັ້ງນີ້, ສືບຕໍ່ເກັບກຳຂໍ້ມູນທີ່ເສຍໃນຄັ້ງນີ້ໃຫ້ໄວ ໂດຍສະເພາະດ້ານພື້ນຖານໂຄງລ່າງ, ດ້ານກະສິກຳ ແລ້ວລາຍງານຕໍ່ຂັ້ນເທິງ, ສືບຕໍ່ປຸກລະດົມອົບອຸ່ນສະພາບຈິດໃຈ ຂອງຜູ້ຖືກຜົນກະທົບ, ສືບຕໍ່ແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າດັ່ງກ່າວ ໃຫ້ມີສະຕິເຝົ້າລະວັງຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຕິດຕາມລະດັບນໍ້າທີ່ອາດຈະສູງຂຶ້ນ ເຖິງຂີດອັນຕະລາຍ ເພື່ອປ້ອງກັນຄວາມເສຍຫາຍ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ພ້ອມກັນຕິດຕາມຂ່າວການປ່ຽນແປງຂອງສະພາບດິນຟ້າອາກາດຈາກກົມອຸຕຸນິຍົມ ອຸທົກກະສາດ, ຈາກວິທະຍຸ, ລະບົບໂທລະໂຄ່ງ ແລະ ສື່ສັງຄົມອອນລາຍຕ່າງໆ ທີ່ເປັນທາງການ ແລະ ໜ້າເຊື່ອຖື ໃຫ້ພາກັນຍົກຍ້າຍໄປບ່ອນທີ່ສູງ ແລະ ເພື່ອຮັບ ປະກັນຄວາມປອດໄພທັງຊີວິດ ແລະ ຊັບສິນ.
ໂອກາດດຽວກັນ, ຄະນະດັ່ງກ່າວ ໄດ້ລົງສຳຫລວດເບິ່ງສະຖານ ທີ່ເກີດເຫດ ແລະ ຊອກຫາວິທີແກ້ໄຂໃນຕໍ່ໜ້າ ພ້ອມທັງມອບເງິນສົດ 20 ລ້ານກີບ, ເຄື່ອງໃຊ້ຕ່າງໆທີ່ຈຳເປັນຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ 100 ກັບລວມມູນຄ່າ 25 ລ້ານກີບ ແລະ ເຄື່ອງນຸ່ງຫົ່ມ ຂອງຫ້ອງວ່າການແຂວງ 50 ຖົງ ລວມມູນຄ່າ 5 ລ້ານກີບ ໃຫ້ອົງການປົກຄອງເມືອງຕື່ມອີກ ເພື່່ອສືບຕໍ່ໄປມອບໃຫ້ກັບຜູ້ທີ່ຖືກຜົນກະທົບໃນຄັ້ງນີ້.
ຂ່າວ-ພາບ: ແສງຄຳ ສາລີວັນ






