ໃນຕອນບ່າຍວັນທີ 13 ກັນຍາ 2024 ນີ້, ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມການເຝົ້າລະວັງໄພນ້ຳຖ້ວມຕາມຕົວເມືອງ ໃນນະຄອນຫລວງວຽງຈັນ(ນວ). ພ້ອມກັນນີ້, ໄດ້ຖາມຂ່າວຄາວປະຊາຊົນທີ່ຢູ່ແຄມນ້ຳຂອງ ເຊິ່ງທີ່ປະລິມານນໍ້າໄດ້ໄຫລເຂົ້າຖ້ວມເຂດພື້ນທີ່ຕໍ່າ-ໃກ້ນໍ້າຂອງ ແລະ ບ້ານເຮືອນປະຊາຊົນຈຳນວນໜຶ່ງ, ພ້ອມແນະນຳໃຫ້ປະຊາຊົນຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຢ່າງທັນການ.
ໃນໂອກາດນີ້, ທ່ານຮອງປະທານປະເທດ ໄດ້ລົງເບິ່ງຈຸດໜ້າວັດຈັນ, ຈຸດໂຮງແຮມແລນມາກ, ທ່າເຮືອຫລັກ 4, ວັດຈອມແຈ້ງ ແລະ ຈີ່ນາຍໂມ້.
ທີ່ມາ: ຂປລ






