ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil) ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ສະຫາຍ ປັກ ຊັງ ກິລ ແລະ ຄະນະ ໃນໂອກາດເດີນ ທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-14 ກັນຍາ 2024 ນີ້, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ປັກ ຊັງ ກິລ ຈະເປັນການປະ ກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫລີ ໃຫ້ສືບຕໍ່ພັດທະນາຂື້ນສູ່ບາດກ້າວໃໝ່ ໂດຍສະເພາະແມ່ນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 50 ປີ ໃນປີນີ້ (24 ມິຖຸນາ 1974- 24 ມິຖຸນາ 2024). ຂະນະດຽວກັນ, ສະຫາຍ ປັກ ຊັງ ກິລ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ໂພໄຊ ໄຂຄໍາພິທູນ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງໄດ້ກຳນົດ ແລະ ເອກະພາບກັນ ກ່ຽວກັບທິດທາງການພົວພັນຮ່ວມມືລະຫວ່າງສອງປະ ເທດ ແນໃສ່ນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງຊາດ ໃນຕໍ່ໜ້າ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ໃນຖານະເປັນປະເທດເພື່ອນມິດຍຸດທະສາດ ຮ່ວມອຸດົມການອັນດຽວກັນ ເພື່ອກ້າວໄປເຖິງການກໍ່ສ້າງສັງຄົມນິຍົມ ຕາມຈຸດພິເສດ ແລະ ເງື່ອນໄຂຂອງແຕ່ລະປະເທດ ທີ່ໄດ້ຮັບການສ້າງຂື້ນໂດຍ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫລີ ໃນເມື່ອກ່ອນ ແລະ ສືບຕໍ່ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງ, ສະໜັບສະໜູນ ແລະ ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ມາເຖິງປັດຈຸບັນ.
ພ້ອມກັນນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອຊຸກຍູ້ສົ່ງ ເສີມການຈັດຕັ້ງປະ ຕິບັດບັນດາເອກະສານທີ່ ໄດ້ລົງນາມຮ່ວມກັນ ຜ່ານມາ ໃຫ້ເປັນຮູບປະທໍາ, ສືບຕໍ່ຊຸກຍູ້ການຈັດ ຕັ້ງບັນດາກິດຈະກໍາຕ່າງໆ ໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ຄົບຮອບ 50 ປີ ໃນປີ 2024 ນີ້ ໃຫ້ມີບັນຍາກາດຄຶກຄືນ ແລະ ມີຄວາມໝາຍ ກໍຄື ການກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໂອກາດດຽວກັນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ສະພາບການໃນປະເທດຂອງຕົນ, ທັງຍັງສະແດງຄວາມເປັນຫວ່ງເປັນໄຍຕໍ່ກັນ ກ່ຽວກັບຜົນກະທົບຈາກໄພທຳມະຊາດ ທີ່ເກີດຂຶ້ນຢູ່ສອງປະເທດ ໃນໄລຍະຜ່ານມາ ທັງສະແດງຄວາມເຊື້ອໝັ້ນວ່າ ທັງສອງປະເທດຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນວັນດຽວກັນ, ສະຫາຍ ປັກ ຊັງ ກິລ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕື່ມອີກ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ





