ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວໜຸ່ມ ກະຊວງ ຖວທ ກຽມພ້ອມຮັບມືກັບໄພນ້ຳຖ້ວມ

Sep 14, 2024

ໃນວັນທີ 14 ກັນຍາ 2024 ນີ້, ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເຕົ້າໂຮມບັນດາສະຫາຍເລຂາໜ່ວຍຊາວໜຸ່ມຮາກຖານ, ໜ່ວຍຊາວໜຸ່ມທີ່ຂຶ້ນກັບຮາກຖານ ແລະ ບັນດາສະມາຊິກຊາວໜຸ່ມ ທົ່ວກະຊວງ ຖວທ ຈັດກິດຈະກຳ ຕັກຊາຍໃສ່ເປົາ ເຮັດເປັນຄູກັນນ້ຳ ຢູ່ກະຊວງ ຖວທ ແລະ ຢູ່ເຂດຫລັກ4 ເພື່ອກຽມຄວາມພ້ອມ ຮັບມືກັບມວນນ້ຳ ທີ່ອາດຈະເພີ່ມຂຶ້ນ ລົ້ນຝັ່ງແຄມຂອງ ໄຫລເຂົ້າຖ້ວມບ້ານເຮືອນປະຊາຊົນ, ສຳນັກງານ, ອົງການ ກໍຄື ກະຊວງ ຖວທ ທີ່ຕັ້ງຢູ່ໃກ້ກັບແຄມຂອງ ເນື່ອງຈາກວ່າ ຝົນຍັງສືບຕໍ່ຕົກລິນ ຢ່າງຕໍ່ເນື່ອງໃນແຕ່ລະວັນ.
ພ້ອມດຽວກັນນີ້, ບັນດາກົມ ທີ່ຂຶ້ນກັບກະຊວງ ຖວທ ທີ່ຕັ້ງຢູ່ໃກ້ກັບແຄມຂອງ ກໍໄດ້ກຽມຄວາມພ້ອມ ແຕ່ງຕັ້ງທີມງານເຝົ້າລະວັງ ຕະຫລອດ 24 ຊົ່ວໂມງ. ຂະນະດຽວກັນຫລາຍສຳນັກງານ, ອົງການ, ໂຮງໝໍ, ທະນາຄານ ທີ່ຢູ່ບໍລິເວນດັ່ງກ່າວ ກໍໄດ້ກຽມຄວາມພ້ອມ ນຳເອົາເປົາຊາຍມາເປັນຄູກັນນ້ຳ ເພື່ອຮັບມືກັບໄພນ້ຳຖ້ວມ ເຊັ່ນດຽວກັນ.
ຂ່າວ: ທະນູທອງ
ພາບ: ເກດສະໜາ