ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຢ່າງເປັນທາງການທີ່ແຂວງຈໍາປາສັກ ໃນວັນທີ 13 ກັນຍາ ຜ່ານມາ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ອະລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະພັກ – ຄະນະນຳ ແລະ ພະນັກງານການນຳຫຼັກແຫຼ່ງພາຍໃນແຂວງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອະລຸນໄຊ ສູນນະລາດ ໄດ້ລາຍງານລາຍງານໂດຍສັງເຂບກ່ຽວກັບການເຄື່ອນໄຫວ ນໍາພາ - ຊີ້ນໍາວຽກງານຮອບດ້ານ ຂອງ ຄະນະບໍລິຫານງານພັກແຂວງ ໃນ 8 ເດືອນຜ່ານມາ ໂດຍຍົກໃຫ້ເຫັນການຜັນຂະຫຍາຍ - ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ທ້າຍສະໄໝ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ – ການເງິນ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, 9 ທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ ແລະ ການກະກຽມໃຫ້ແກ່ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ, ລົງເຖິງຂັ້ນຮາກຖານ; ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາເຫັນວ່າທົ່ວແຂວງ ສາມາດຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ; ການຈັດຕັ້ງພັກ – ລັດ ແລະ ພາກສ່ວນຕ່າງໆ ໃນສັງຄົມ ເຄື່ອນໄຫວຕາມພາລະບົດບາດ, ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ແຜນພັດທະນາເສດຖະກິດ – ສັງຄົມ, 2 ວາລະແຫ່ງຊາດ, ມະຕິວ່າດ້ວຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ບັນດານິຕິກຳ, ທິດຊີ້ນໍາສໍາຄັນຂອງສູນກາງພັກ, ລັດຖະບານ ດ້ວຍຄວາມເອົາໃຈໃສ່ ເຮັດໃຫ້ການພັດທະນາຢູ່ແຂວງຈຳປາສັກ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາປະເທດຊາດ. ນອກນີ້, ທ່ານເຈົ້າແຂວງ ຍັງໄດ້ລາຍງານໃຫ້ຮູ້ເຖິງບັນຫາພົ້ນເດັ່ນພາຍໃນແຂວງຕື່ມອີກ.
ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ຕາມການລາຍງານໂດຍຫຍໍ້ຈາກທ່ານເຈົ້າແຂວງ ເຫັນວ່າສາມາດຍາດມາໄດ້ຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ການນໍາແຂວງຈໍາປາສັກ ເອົາໃຈໃສ່ບາງບັນຫາຕົ້ນຕໍແມ່ນ ເອົາໃຈໃສ່ນໍາພາ - ຊີ້ນໍາຄະນະກໍາມະການປ້ອງກັນໄພພິບັດຂັ້ນແຂວງ, ເມືອງ - ນະຄອນ ເອົາໃຈໃສ່ເຝົ້າລະວັງ, ຕິດຕາມຂໍ້ມູນຂ່າວສານດ້ານພະຍາກອນອາກາດ, ໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ໃກ້ແມ່ນໍ້າ ແລະ ພື້ນທີ່ຕໍ່າ ໃຫ້ມີສະຕິລະວັງຕົວ ເພື່ອກະກຽມຄວາມພ້ອມຮອບດ້ານ ໃນການຮັບມືກັບໄພພິບັດຈາກທໍາມະຊາດ ໂດຍສະເພາະແມ່ນໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນ ເວົ້າລວມ, ເວົ້າສະເພາະ ແມ່ນກະກຽມຄວາມພ້ອມຮັບມືກັບມວນນໍ້າມະຫາສານ ທີ່ຈະໄຫຼມາຈາກພາກເໜືອ ເພື່ອບໍ່ໃຫ້ມີຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນຂອງພົນລະເມືອງລາວ. ນອກນີ້, ຍັງເນັ້ນໜັກໃຫ້ການນໍາແຂວງຈໍາປາສັກ ສືບຕໍ່ນໍາພາ - ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນຂະບວນກວ້າງຂວາງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ທູນທອງໃຈ




