ຕອນເຊົ້າຂອງວັນທີ່ 14 ກັນຍາ 2024 ນີ້ ສະພາບນ້ຳຍື່ງຖ້ວມໃນນະຄອນ ຫຼວງພະບາງ ເລີ້ມລຸດລົງແລ້ວ ແຕ່ທຸກພາກສ່ວນຍັງສືບຕໍ່ເຝົ້າລະວັງຢ່າງຕໍ່ເນື່ອງ ເພາະຕາມຄາດຄະເນມວນນ້ຳຂອງແມ່ນ້ຳຂອງ ຈາກພາກເໜືອ ຍັງໄຫຼມາເປັນຈຳນວນຫຼາຍ.
ທ່ານ ໄຊແກ້ວ ທະວີໃຈ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງໄດ້ໃຫ້ສຳພາດວ່າ: ປັດຈຸບັນລະດັບແມ່ນ້ຳຂອງ ແລະນ້ຳສາຂາ ຢູ່ເຂດແຂວງຫຼວງພະບາງ ເລີ້ມລຸດລົງ ແຕ່ຄະນະຮັບຜິດຊອບຂອງພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ປະສານສົມທົບກັບຫຼາຍພາກສ່ວນ ສືບຕໍ່ເຝົ້າລະວັງສະພາບນ້ຳຢ່າງຕໍ່ເນື່ອງ ເພື່ອກະກຽມຮັບມືກັບມວນນ້ຳທີ່ອາດຈະເພີ່ມຂື້ນອີກ, ເຊີ່ງໄລຍະນ້ຳມີປະລິ ມານສູງຂື້ນໃນ 2-3 ມື້ຜ່ານມາ ຄະນະຮັບຜິດຊອບ ໄດ້ລະດົມກໍາລັງ ແລະພາຫະນະເຮືອທ້ອງແບນ-ເຮືອຢາງ ເຂົ້າຊ່ວຍເຫຼືອຂົນເຄື່ອງ ແລະປະຊາຊົນທີ່ຖືກຜົນກະທົບຢູ່ເຂດບ້ານພະບາດ ໄປໄວ້ບ່ອນທີ່ປອດໄພ ພ້ອມນັ້ນ ໄດ້ລະດົມຜູ້ປະກອບການຄຸດຄົ້ນ ຫີນ-ແຫ່-ຊາຍ ສະໜອງຊາຍແລະກະສອບ ເພື່ອສ້າງແລວກັນນ້ຳ ຢູ່ເຂດແຄມນ້ຳຄານ, ສ່ວນການຂົນສົ່ງໂດຍສານທາງເຮືອ ນັບແຕ່ມີປະລິມານແມ່ນ້ຳຂອງຂື້ນສູງ ໄດ້ອອກແຈ້ງການໃຫ້ການຂົນສົ່ງເຮືອບັກຂ້າມນ້ຳຂອງ ຈຸດທ່າເຮືອຫຼວງ ຫາ ບ້ານຊຽງແມນຢຸດເຊົາຊົ່ວຄາວ ໂດຍໃຫ້ໄປໃຊ້ບໍລິການກັບ ການບໍລິການເຮືອບັກໃຫບ່ ຢູ່ທ່າບ້ານຊຽງແກ້ວ ນະຄອນ ຫຼວງພະບາງ ຫາບ້ານຈ່ານໃຕ້ ເມືອງຈອມເພັດແທນ, ພ້ອມນັ້ນ ໄດ້ແຈ້ງໃຫ້ຢຸດການບໍລິການເຮືອຂົນສົ່ງນັກທ່ອງທ່ຽວ ຕາມນ້ຳຂອງ-ນ້ຳຄານ ຈົນກວ່າສະພາບລະດັບແມ່ນ້ຳຂອງຈະເປັນປົກກະຕິ.






