ອີງຕາມຂໍ້ມູນຈາກການລາຍງານຂອງຕາງໜ້າອົງການປົກ ຄອງເມືອງສີໂຄດຕບອງ, ນະຄອນຫລວງວຽງຈັນ ໃນໂອກາດທີ່ ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢູ່ເມືອງສີໂຄດຕະບອງໃນວັນທີ 13 ກັນຍາ 2024 ໃຫ້ຮູ້ວ່າ: ເມືອງສີໂຄດຕະບອງ ມີຫລາຍບ້ານໄດ້ຮັັບຜົນກະທົບ, ໃນນັ້ນ ບ້ານດ່ານຄຳ ແລະ ບ້ານໜອງດາ ແມ່ນສອງບ້ານທີ່ໄດ້ຮັບຜົນກະທົບໜັກ, ລວມມີ 200 ກວ່າຄອບຄົວ ໄດ້ຮັບຜົນກະທົບ.
ສໍາລັບ ບ້ານໜອງດາ ມີຈຸດສ່ຽງຢູ່ 2 ຈຸດ ຄື: ເຂດປະຕູນໍ້າບ້ານໜອງດາ ແລະ ເຂດຂົວນໍ້າມູນ ເນື່ອງຈາກປະຊາຊົນປຸກເຮືອນຢູ່ບ່ອນຕໍ່າ. ສ່ວນບ້ານດ່ານຄໍາ ມີ 3 ຈຸດ ຄື: ເຂດປໍ້ານໍ້າມັນບ້ານດ່ານຄໍາ ເຊິ່ງເປັນຈຸດເຊື່ອມຕໍ່ຫາບ້ານໜອງດາ, ເຂດທ່າ ເຮືອຂ້າມໄປບ້ານດອນຊີງຊູ້ ແລະ ຈຸດ 4 ແຍກຂອງບ້ານດ່ານຄໍາ. ນອກນັ້ນ, ປະຊາ ຊົນທີ່ອາໄສຢູ່ບ້ານດອນຊີງຊູ້ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.
ປັດຈຸບັນ ເຈົ້າໜ້າທີ່ທຸກພາກສ່ວນ ເປັນຕົ້ນ ຊາວໜຸ່ມ, ກໍາລັງຕໍາຫລວດ, ທະ ຫານ ກໍາລັງຂຸ້ນຂ້ຽວຍົກຍ້າຍປະຊາຊົນ ລວມທັງ ເຄື່ອງຂອງຈໍາເປັນ ແລະ ສັດລ້ຽງ ຂຶ້ນໄປຢູ່ບ່ອນທີ່ສູງ ແລະ ປອດໄພ.






