ພາຍຫຼັງທີ່ມີແຈ້ງການປ່ອຍນ້ຳຂອງເຂື່ອນໄຟຟ້ານ້ຳລິກ 1-2 ໃນວັນທີ 14 ກັນຍາ 2024 ນີ້ ແລະ ໃນວັນດຽວກັນ ທ່ານ ທ່ານ ສົມໃຈ ສີຈັນທະລາດ ຜູ້ອຳນວຍ ການ ເຂື່ອນໄຟຟ້ານໍ້າງື່ມ -1 ໄດ້ໃຫ້ຄຳເຫັນ ກ່ຽວກັບຄວາມເປັນໄປໄດ້ຂອງການໄຂປະຕູນ້ຳລົ້ນຂອງເຂື່ອນໄຟຟ້ານໍ້າງື່ມ -1 ໂດຍກ່າວວ່າ ໂອກາດທີ່ຈະລະບາຍນ້ຳອອກຈາກເຂື່ອນໄຟຟ້ານໍ້າງື່ມ -1 ພາຍໃນສອງສາມວັນນີ້ ແມ່ນເປັນໄປໄດ້ຍາກ ເນື່ອງຈາກລະດັບນ້ຳຍັງບໍ່ຮອດ ປະຕູລະບາຍນ້ຳລົ້ນ
ທ່ານ ສົມໃຈ ກ່າວວ່າ ຕ້ອງພີຈາລະນາ ເບິ່ງໄປຢ່າງຫນ້ອຍໜຶ່ງອາທິດ ຈຶ່ງຈະປະເມີນເຖິງຄວາມເປັນໄປໄດ້ທີ່ຈະໄຂປະຕູລະບາຍນ້ຳລົ້ນ.
ໃນວັນທີ 14 ກັນຍາ 2024 ເລີ່ມເວລາ 10:00 ໂມງ ເປັນຕົ້ນໄປ, ເຂື່ອນຜະລິດໄຟຟ້ານໍ້າລີກ 1-2 ໄດ້ປ່ອຍນໍ້າອອກຈາກເຂື່ອນ ຜ່ານອຸໂມງລະບາຍນໍ້າລົ້ນ ຂອງເຂື່ອນໄຟຟ້າ 1 ແມັດ, ມີປະລິມານນໍ້າໄຫຼອອກລວມທັງການຜະລິດແມ່ນ 267 ແມັດ/ ວິນາທີ, ເຊິ່ງຈະມີການປິດ-ເປີດປະຕູລະບາຍນໍ້າລົ້ນຈະມີການປັບຕົວປ່ຽນແປງຕາມປະລິ ມານນໍ້າໄຫຼເຂົ້າອ່າງຕົວຈິງ.
ຈຸດທີ່ສາຍນ້ຳຈາກເຂື່ອນໄຟຟ້ານ້ຳລີກ 1-2 ໄຫຼປ່ອງໃສ່ ສາຍນ້ຳທີ່ອອກຈາກ ເຂື່ອນໄຟຟ້ານ້ຳງື່ມ 1 ປະມານ 3,7 ກິໂລແມັດ ຈາກເຮືອນຈັກຂອງເຂື່ອນໄຟຟ້ານ້ຳງື່ມ -1
ຂໍ້ມູນສະພາບນ້ຳຂອງເຂື່ອນໄຟຟ້ານ້ຳງື່ມ -1 ເວລາ 8:00 ໂມງ ຂອງວັນທີ 14 ກັນຍາ 2024
ລະດັບນ້ຳໜ້າເຂື່ອນ 211.14 masl (ທຽບໃສ່ລະດັບໜ້ານ້ຳທະເລ)
ປະລິມານນ້ຳຝົນ 39.0 mm (ບໍລິເວນໂຄງການ)
ປະລິມານນ້ຳ ໄຫຼເຂົ້າອ່າງເກັບນ້ຳ 929.778 m3/s (ແມັດກ້ອນຕໍ່ວິນາທີ)
ປະລິມານນ້ຳ ໃນອ່າງເກັບນ້ຳ 6,730,453,600 ແມັດກ້ອນ
ທຽບເປັນເປີເຊັນ 94,47 %
———————-
ຂໍ້ມູນເພີ່ມຕື່ມກ່ຽວກັບສະພາບນ້ຳຂອງເຂື່ອນ ທີ່ ຜ-ຟຟລ ຄຸ້ມຄອງ
ທີ່ມາ: EDL-Generation Public Company





