(14.9.24) ລະດັບນ້ຳໄດ້ເພີ້ມສູງຂຶ້ນອີກ50ຊັງຕີແມັດ ທຽບຈາກມື້ຜ່ານມາ ເຮັດໃຫ້ຫຼາຍບ້ານໃນລຽບຕາມແຄມຂອງໄດ້ຮັບຜົນກະທົບ ຈຳນວນຫຼາຍຄອບຄົວ ແຕ່ຄະນະຄວບຄຸມໄພພິບັດ ແລະ ປ້ອງກັນນ້ຳຖ້ວມ ຂັ້ນສູນກາງ ນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ ຂັ້ນບ້ານ ຕະຫລອດຮອດກຳລັງ ປກຊ-ປກສ ໄດ້ສຸມທຸກກຳລັງເຂົ້າຊ່ວຍ ເພື່ອປ້ອງກັນນ້ຳໄຫລເຂົ້າຖ້ວມ ທັງເປັນການ ຊ່ວຍຄອບຄົວທີ່ໄດ້ຮັບຜົນກະທົບໃຫ້ມີຄວາມປອດໄພ ໂດຍໄດ້ມີການເຄື່ອນຍ້າຍ ຄົນ ວັດຖຸສິ່ງຂອງ ສັດລ້ຽງ ຂຶ້ນມາຢູ່ທີ່ປອດ ໄພໄດ້ສຳເລັດ.
ທ່ານ ບຸນມີ ໄຊຍະວົງ ຮອງເລຂາພັກເມືອງສີໂຄດຕະບອງ ນວ ໄດ້ໃຫ້ສຳພາດວ່າ: ຈາກລະດັບນ້ຳທີ່ເພີ່ມຂຶ້ນ ໄດ້ສົ່ງຜົນກະທົບໃຫ້ບັນດາບ້ານທີ່ລຽບແຄມແມ່ນ້ຳຂອງ ເຂດເມືອງສີໂຄດຕະບອງ ໃນຫລາຍຈຸດ ໂດຍສະເພາະເຂດພື້ນທີ່ຕໍ່າຈຸດແມ່ນໄດ້ເຝົ້າລະວັງມີ3ຈຸດຄື: ຈຸດ4ແຍກໂນນຂີ້ເຫລັກ ຈຸດປໍ້ານ້ຳມັນບ້ານດ່ານຄຳ ແລະ ຈຸດໂຮງຮຽນເກສອນ ບ້ານດ່ານຄຳ.






