ໃນວັນທີ 14 ກັນຍາ 2024 ທີ່ແຂວງຫຼວງນໍ້າທາ, ນໍາພາໂດຍ ທ່ານ ປອ ບຸນແທນ ຈັນສະໄໝ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ), ມີຄະນະຫ້ອງການໄຟຟ້າລາວ, ຄະນະຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ, ຄະນະສາຂາແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ ແລະ ພະແນກປະຊາສຳພັນ-ກິດຈະກຳເພື່ອສັງຄົມ ໄດ້ລົງພື້ນທີ່ ມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນ ແລະ ພະນັກງານ ຟຟລ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈໍານວນ 04 ບ້ານ ປະກອບມີ: ບ້ານ ດົງສຳພັນ, ບ້ານ ທົ່ງຂວາ, ບ້ານ ປຸງ ແລະ ບ້ານ ຫຼວງ ເມືອງ ຫຼວງນ້ຳທາ ແຂວງ ຫຼວງນໍ້າທາ ເຊິ່ງເຄື່ອງທີ່ໄດ້ນໍາໄປຊ່ວຍເຫຼືອໃນຄັ້ງນີ້ແມ່ນເຄື່ອງບໍລິໂພກ ທີ່ຈໍາເປັນໃນການນໍາໃຊ້ເຂົ້າໃນຄອບຄົວ. ນອກນັ້ນ, ທາງ ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ມອບທຶນສົມທົບບາງສ່ວນ ເພື່ອນໍາໃຊ້ເຂົ້າໃນການປັບປຸງບູລະນະໂຄງສ້າງພື້ນຖານໂຄງລ່າງຂອງແຂວງຫຼວງນໍ້າທາ ໃຫ້ສາມາດກັບຄືນມານໍາໃຊ້ໄດ້ເປັນປົກກະຕິ ການຮັບໃນຄັ້ງນີ້ ໂດຍ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ.
ທີ່ມາ: EDL LAOS









