ໃນວັນທີ 15 ກັນຍາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້, ໃຫ້ກຳລັງໃຈ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ບັນດາ ບ້ານ ກໍຄື ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ລຽບແຄມແມ່ນ້ຳຂອງ ເປັນຕົ້ນ ຢູ່ບ້ານສິມມະໂນ, ບ້ານທ່າພະ, ບ້ານສົມໂຮງ ແລະ ບ້ານແກ້ງຍາງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ສະແດງຄວາມຊົມເຊີຍ ຕໍ່ປະຊາຊົນພາຍໃນບ້ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຮ່ວມແຮງ, ຮ່ວມໃຈກັນ ຕ້ານໄພນ້ຳຖ້ວມ ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ສືບຕໍ່ ເຝົ້າລະວັງ ມວນນ້ຳ ທີ່ອາດຈະເພີ່ມຂຶ້ນຕື່ມອີກ.
ຂ່າວ: ທະນູທອງ
ພາບ: ເກດສະໜາ





