ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາ ຄອສພ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ ນວ

Sep 15, 2024

ຄະນະນໍາຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍທ່ານ ຄໍາພັນ ເຜີຍຍະວົງ ຄະ​ນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ນໍາເຄື່ອງໄປມອບ ໃຫ້​ນະ​ຄອນຫຼວງວຽງ​ຈັນ ໃນຕອນແລງ ຂອງວັນທີ 14 ກັນຍາ ຜ່ານມາ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ; ກ່າວມອບ​ໂດຍ ທ່ານ ຄໍາພັນ ເຜີຍຍະວົງ ແລະ ກ່າວຮັບໂດຍ ທ່ານນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ.
ເຄື່ອງທີ່ນໍາມາມອບ ປະກອບມີ ເງິນສົດ ຈໍານວນ 30 ລ້ານກີບ, ເຂົ້າຈ້າວ, ໝີ່ໄວໆ, ນໍ້າໝາກໄມ້ ແລະ ນໍ້າດື່ມ. ໂອກາດນີ້ ທ່ານນາງ ຫຼຽນຄໍາ ວິລະພັນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະນຳ ຄອສພ ຊຶ່ງຍາມໃດກໍເປັນຫ່ວງ ແລະ ໃຫ້ຄວາມໃສ່ໃຈຕໍ່ເຫດການທີ່ເກີດຂຶ້ນໃນຄັ້ງນີ້.
ຈາກນັ້ນ ຄະນະນໍາ ຄອສພ ໄດ້ໄປຢ້ຽມຢາມທ່າເຮືອຫຼັກ 4 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍ​ມີ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ໃຫ້​ການຕ້ອບຮັບ. ການ​ລົງ​ຢ້ຽມ​ຢາມ ຄັ້ງ​ນີ້ ເພື່ອໃຫ້ກໍາລັງໃຈ ພະ​ນັກ​ງານ, ເຈົ້າ​ໜ້າ​ທີ່ ແລະ ປະຊາຊົນທີ່ເຝົ້າຕິດຕາມ, ເວນຍາມ ລະດັບນໍ້າຂອງ. ທີ່ທ່າເຮືອຫຼັກ 4, ປະຊາຊົນ ຍັງໄດ້ປະກອບສ່ວນ ໃນການປຸງແຕ່ງອາຫານ, ເຄື່ອງດື່ມ ໄວ້ຄອຍບໍ​ລິ​ການ ພະນັກງານ ກໍຄືເຈົ້າໜ້າທີ່ກ່ຽວ​ຂ້ອງ ທີ່​ເຝົ້າ​ລະ​ວັງ​ລະ​ດັບ​ນ້ຳ.
ຂ່າວ-ພາບ: ແສງຈັນ