ປັດຈຸບັນ ອົງການປົກຄອງເເຂວງຫລວງນໍ້າທາຍັງບໍ່ສາມາດປະເມີນຄວາມເສຍຫາຍຈາກເຫດການນໍ້າຖ້ວມທີ່ເກີດຂື້ນໃນລະ ຫວ່າງວັນທີ9ຫາ11ກັນຍາ 2024 ໄດ້ເທື່ອ ເນື່ອງຈາກສະພາບນໍ້າຫາກໍ່ເລີ່ມບົກເເຫ້ງ, ບາງບ່ອນບໍ່ສາມາດເຂົ້າເຖິງໄດ້ເທື່ອ,ຊັບສີນປະຊາຊົນ,ເນື້ອທີ່ເຮັດການຜະລິດມີຈໍານວນຫລາຍ ຕ້ອງລໍຖ້າການເກັບກໍາຂໍ້ມູນຢ່າງລະອຽດກ່ອນ,ມີເເຕ່ພຽງສາມາດເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວກັບບັນດາຄອບຄົວ ເເລະ ບ້ານທີ່ໄດ້ຮັບຜົນກະທົບໄດ້ເທົ່ານັ້ນ ເຊີ່ງມີຈໍານວນ37ບ້ານປະຊາຊົນ4.159 ຄົນໃນນີ້ມີປະຊາຊົນ18ບ້ານໄດ້ຮັບຜົນກະທົບຫນັກ ເເລະໃນເຫດການຄັ້ງນີ້ມີຜູ້ເສຍຊີວິດ1ຄົນ ເຊີ່ງອົງການປົກຄອງເເຂວງໄດ້ໃຫ້ການຊ່ວຍເຫລືອຄອບຄົວຜູ້ເສຍຊີວິດໃນເບື້ອງຕົ້ນເເລ້ວ.
ທ່ານ ສີວິໄລ ປັນເເກ້ວ ຮອງເຈົ້າເເຂວງໆຫລວງນໍ້າທາ ໃຫ້ສໍາພາດຕໍ່ນັກຂ່າວວີທິຍຸກະຈາຍສຽງເເຫ່ງຊາດລາວໃນວັນທີ15 ກັນຍານີ້ຢູ່ຫ້ອງວ່າການປົກຄອງເເຂວງວ່າ:ພາຍຫລັງທີ່ມີເຫດ ການນໍ້າຖ້ວມການນໍາເເຂວງໄດ້ສົມທົບກັບພາກສ່ວນກ່ຽວ ຂ້ອງຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນເເລະສາມາດເເກ້ໄຂສະຖານະ ການຕ່າງໆ ສໍາເລັດໂດຍພື້ນຖານ, ປັດຈຸບັນສະພາບນໍ້າຖ້ວມໄດ້ບົກແຫ້ງລົງເເລ້ວ,ຜູ້ປະສົບໄພທີ່ໄປອາໃສຢູ່ສູນພັກຊົ່ວຄາວກໍ່ສາມາດເເກ້ໄຂໄດ້ເເລະເຂົາເຈົ້າເອງໄດ້ກັບຄືນໄປອາໃສຢູ່ເຮືອນຂອງຕົນເເລ້ວເປັນສ່ວນໃຫຍ່,ເເຕ່ສີ່ງທີ່ອົງການປົກຄອງເເຂວງໄດ້ຮີບຮ້ອນຈັດຕັ້ງປະຕິບັດໃນປັດຈຸບັນນີ້ ເເມ່ນຊ່ວຍເຫລືອປະຊາ ຊົນເຮັດອານາໄມ,ປັບປຸງປົວເເປງເຮືອນຊານໃຫ້ເຂົາເຈົ້າ,ເພື່ອໃຫ້ສາມາດເຂົ້າໄປຢູ່ອາໃສໄດ້,ເເຈກຢາຍເຄື່ອງໃຊ້ທີ່ຈໍາເປັນ ເຊີ່ງເປັນການເເກ້ໄຂສະຖານະການໃນສະເພາະຫນ້າ,ສ່ວນການຊ່ວຍເຫລືອປະຊາຊົນໃນໄລຍະຍາວນັ້ນ ຕ້ອງອີງໃສ່ການເກັບກໍາຂໍ້ມູນຜົນເສຍຫາຍທັງຫມົດຢ່າງລະອຽດເເລ້ວຈື່ງຈະສາມາດຮູ້ໄດ້ວ່າຈະຊ່ວຍ ເຫລືອປະຊາເເນວໃດຕາມຄວາມເຫມາະສົມ,ຄຽງຄູ່ກັນນີ້ໄດ້ເເນະນໍາໃຫ້ພາກສ່ວນກ່ຽວຂ້ອງນໍາເອົາລົດດຸດໄປປະຈໍາຢູ່ຕາມເສັ້ນ ທາງສາຍສໍາຄັນເພື່ອເເກ້ໄຂສະຖານະການໃຫ້ທ່ວງທັນໃນກໍລະນີເກີດມີດີນເຈື່ອນທັບຖົມທາງ ເເລະ ວຽກງານສໍາຄັນອື່ນໆຕື່ມອີກ.
ທ່ານ ສີວິໄລ ປັນເເກ້ວ ຮອງເຈົ້າເເຂວງໆຫລວງນໍ້າທາໃຫ້ສໍາພາດຕື່ມວ່າ:ສີ່ງສໍາຄັນອີກຢ່າງຫນື່ງເຖີງວ່າສະພາບນໍ້າຈະບົກເເຫ້ງເປັນປົກກະຕິເເລ້ວອົງການປົກຄອງເເຂວງໄດ້ສືບໃຫ້ການຊ່ວຍ ເຫລືອປະຊາຊົນຢ່າງຕໍ່ເນື່ອງໃນປັດຈຸບັນ ໂດຍສະເພາະການເບີ່ງເເຍງສຸຂະພາບ,ການເເຈກຢາຍເຄື່ອງອຸປະໂພກບໍລິໂພກ ຍ້ອນໄດ້ຮັບການຊ່ວຍເຫລືອຈາກຫລາຍພາກສ່ວນ,ນອກຈາກນີ້ທ່ານໄດ້ເເຈ້ງໃຫ້ສັງຄົມຮັບຊາບວ່າມາຮອດຕອນເຊົ້າວັນທີ15ກັນຍານີ້ ສາມາດສະຫລຸບຢອດເງີນ ທີ່ຫລາຍພາກພາກສ່ວນນໍາມາມອບໃຫ້ອົງການປົກຄອງເເຂວງເພື່ອນໍາໄປຊ່ວຍເຫືລອຜູ້ປະສົບໄພມີຫລາຍກວ່າ4ຕື້500ຮ້ອຍກີບໃນນີ້ມີທັງເງີນສົດເເລະໃນບັນຊີທະນາຄານເຊີ່ງຈະນໍາໄປໃຊ້ໃນກໍລະນີເເກ້ໄຂເຫດການສຸກ ເສີນ,ສະເພາະຫນ້າ ເເລະ ຍາວນານ,ສ່ວນລວມຢອດເຄື່ອງຊ່ວຍເຫລືອທີ່ເປັນວັດຖຸສີ່ງຂອງຕ່າງໆທີ່ຫລາຍພາກສ່ວນນໍາມາມອບໃຫ້ມາຮອດວັນທີ14ກັນຍາເເມ່ນມີມູນຄ່າຫລາຍກວ່າ 2ຕື້ 300ລ້ານກີບ ເຊີ່ງການບໍລິຫານຈັດການດ້ານຕ່າງໆນັ້ນອົງການປົກຄອງເເຂວງດໍາເນີນໄປດ້ວຍຄວາມໂປ່ງໃສ,ຍຸຕິທໍາ,ສາມາດກວດສອບໄດ້,ໂອກາດນີ້ທ່ານໄດ້ສະເເດງຄວາມຮູ້ບຸນຄຸນເເລະຂອບໃຈເປັນຢ່າງສູງນໍາທຸກໆພາກສ່ວນທີ່ໃຫ້ການຊ່ວຍເຫລືອອົງການປົກຄອງເເຂວງມາໂດຍຕະຫລອດ ເເລະ ຫວັງວ່າຈະໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງຕື່ມອີກ.
ໂອກາດດຽວກັນທ່ານໄດ້ຮຽກຮ້ອງເຖີງປະຊາຊົນລາວທຸກທົ່ວຫນ້າບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິເພື່ອຕີຖອຍປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະສີ່ງທີ່ຈະສ້າງຜົນກະທົບທາງລົບຕໍ່ເຈົ້າຫນ້າທີ່ທີ່ກໍາລັງປະຕິບັດຫນ້າທີ່ຊ່ວຍເຫລືອປະຊົນໃນທາງທີ່ບໍ່ສ້າງສັນເຊີ່ງອາດກໍ່ໃຫ້ເກີດເຫດການເຂົ້າໃຈຜິດ ເເລະ ສ້າງຄວາມບໍ່ສະຫງົບເເກ່ສັງຄົມ,ນອກຈາກນີ້ໄດ້ຮຽກຮ້ອງໃຫ້ບາງບຸກຄົນ,ຕິນິບຸກຄົນ,ບາງບໍລິສັດ ຫ້າມເດັດຂາດບໍ່ໃຫ້ສວຍໂອກາດສ້າງຊື່ສຽງໃຫ້ຕົນເອງດ້ວຍການທີ່ບອກວ່ານໍາເອົາເງີນມາມອບໃຫ້ເເຂວງ ບຸກຄົນ,ຫລື ອົງການປົກຄອງບ້ານທີ່ປະສົບໄພເດັດຂາດ ເນື່ອງຈາກວ່າຄະນະນໍາຂອງເເຂວງໄດ້ ເເຕ່ງຕັ້ງຄະນະກໍາມະການເພື່ອກວດສອບລາຍຮັບລາຍຈ່າຍໄວ້ຢ່າງລະອຽດ ເພື່ອບໍ່ໃຫ້ປະຊາຊົນມີການຄອງຄອຍຫລີກລ່ຽງບໍ່ມີເຂົາເຈົ້າມີຜົນກະທົບທາງດ້ານຈິດໃຈຫລາຍໄປກວ່ານີ້ ເເລະ ປ້ອງກັນບໍ່ໃຫ້ຕົກເປັນເຍື່ອຂອງກຸ່ມຄົນບໍ່ດີສວຍໂອກາດສວຍໂອກາດຕົວະຍົວະຫລອກລວງໄດ້.







