ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າຄອງນະຄອນຫລວງວຽງຈັນ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມ

Sep 16, 2024

ວັນທີ 15 ກັນຍາ 2024 ນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ປະເພດເຂົ້າສານອາຫານແຫ້ງ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ບ້ານ ດອນເກີດ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ບ້ານດັ່ງກ່າວ ມີ 154 ຄອບຄົວ ໃນນັ້ນ ແມ່ນຖືກນໍ້າຖ້ວມຫມົດທຸກຄອບຄົວ ລວມທັງເນື້ອທີ່ທໍາການຜະລິດ ຈໍານວນ 110 ເຮັກຕາ.
ການມອບເຄື່ອງຄັ້ງນີ້ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຂີ່ເຮືອລົງໄປມອບໃຫ້ກັບປະຊາຊົນເຖິງທີ່ ຢູ່ແຕ່ລະຫຼັງຄາເຮືອນ ເພື່ອເປັນການຊ່ວຍເຫຼືອ ໃຫ້ກໍາລັງໃຈ ແລະ ບັນເທົາທຸກເບື້ອງຕົ້ນ ຕໍ່ກັບປະຊາຊົນຜູ້ທີ່ຖືກຜົນກະທົບດັ່ງກ່າວ.