ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ກຽມພ້ອມຮັບມືກັບພາຍຸເບບິນຄາ ຮຸນແຮງສຸດໃນຮອບ 75 ປີ

Sep 16, 2024

ຕາມຂ່າວຈາກ ຊຽງໄຮ້, ນະຄອນ ຊຽງໄຮ້ ຂອງ ສປ ຈີນ ​ສັ່ງໂຈະ​ການ​ບໍລິການ​ຈຸດເຊື່ອມຕໍ່ດ້ານຄົມມະນາຄົມ ໂດຍກຳນົດເຮືອ ກັບຄືນ ສູ່ຝັ່ງຢ່າງຮີບດ່ວນ ແລະ ປິດສະຖານທີ່ ທ່ອງທ່ຽວສຳຄັນ​ເພື່ອ​ກຽມ ​ຮັບ​ມື​ກັບ ພາຍຸ​ໄຕ້​ຝຸ່ນ ເບບິນຄາ(Bebinca)ທີ່​ຄາດ​ວ່າ​ຈະ​ພັດ​ເຂົ້າ​ຝັ່ງຊຽງ​ໄຮ້ໂດຍ​ກົງ ແລະ ອາດຈະມີຄວາມຮຸນແຮງທີ່ສຸດໃນຮອບ 75 ປີ ຊຶ່ງເປັນພາຍຸໄຕ້ຝຸ່ນຄວາມຮຸນແຮງ ລະດັບ1 ມີຄວາມແຮງລົມສູງສຸດ ໃກ້ສູນກາງ 144 ກິໂລແມັດຕໍ່ຊົ່ວໂມງ ພວມເຄື່ອນຕົວຢູ່ຫ່າງຈາກ ນະຄອນ ຊຽງໄຮ້ ໄປທາງຕາເວັນອອກສຽງໃຕ້ 500 ກິໂລແມັດ ຄາດວ່າຈະຂຶ້ນຝັ່ງຕາເວັນອອກຂອງ ສປ ຈີນ ໃນວັນທີ 16 ກັນຍານີ້.
ນອກນີ້ ຍັງສັ່ງໂຈະຖ້ຽວບິນ ຫລາຍກວ່າ 600 ຖ້ຽວ ແລະ ແຈ້ງເຕືອນປະຊາຊົນ ກຽມຮັບມືກັບພາຍຸດັ່ງກ່າວໃນລະດັບ 4 ຊຶ່ງເປັນລະດັບ ຕ່ຳສຸດ ຈາກທັງໝົດ 4 ລະດັບ.
May be an image of boat, the Panama Canal and text